• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມສາກົນໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ

ຕໍ່ໜ້າຄວາມເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸຫຼາຍລູກ ແລະ ສະພາບນ້ຳຖ້ວມແກ່ຍາວຢູ່ ຫວຽດນາມ, ພິເສດແມ່ນຢູ່ທາງພາກກາງ, ປະຊາຄົມສາກົນໄດ້ມີການກະທຳຢ່າງວ່ອງໄວເພື່ອໜູນຊ່ວຍໂດຍດ່ວນ.
ການເຄື່ອນໄຫວໜູນຊ່ວຍເຂດຖືກໄພທຳມະຊາດຢູ່ແຂວງ ຢາລາຍ (ພາບ: TTXVN)

ວັນທີ 21 ພະຈິກ, ລັດຖະບານ ສ.ເກົາຫຼີ ໄດ້ປະກາດບ້ວງເງິນອຸປະຖຳຮີບດ່ວນມີມູນຄ່າ 1 ລ້ານ  USD. ບ້ວງເງິນອຸປະຖຳດັ່ງກ່າວແມ່ນເພື່ອແນໃສ່ໜູນຊ່ວຍບັນດາການເຄື່ອນໄຫວຮັບມືຢ່າງຮີບດ່ວນພາຍຫຼັງພາຍຸ, ໄດ້ຮັບການຜັນຂະຫຍາຍຜ່ານອົງການສາກົນເພື່ອການເຄື່ອນຍ້າຍຖິນຖານ (IOM) ປະຈຳ ຫວຽດນາມ. ບ້ວງເງິນດັ່ງກ່າວສຸມໃສ່ການໜູນຊ່ວຍປະຊາຊົນທີ່ຕ້ອງຖືກຍົກຍ້າຍຊົ່ວຄາວ ແລະ ບັນດາປະຊາຄົມທີ່ຖືກຜົນສະທ້ອນຈາກພາຍຸລູກໃຫຍ່ທີ່ທຳລາຍທາງພາກເໜືອນັບແຕ່ທ້າຍເດືອນ ກັນຍາ ຜ່ານມາ.

        ໃນວັນດຽວກັນ, ສະຖານທູດ ອັງກິດ ກໍ່ໃຫ້ຮູ້ວ່າ ລັດຖະບານລາຊະອານາຈັກ ອັງກິດ ຫາກໍ່ປະກາດບ້ວງເງິນໜູນຊ່ວຍເພີ່ມເຕີມທີ່ມີມູນຄ່າ 392.000 USD ເພື່ອຮັບໃຊ້ວຽກງານກູ້ໄພກູ້ຊີບຢູ່ທາງພາກກາງ ຫວຽດນາມ ໃນບັນດາເຫດພາຍຸ, ນ້ຳຖ້ວມຫວ່າງມໍ່ໆມານີ້. ບ້ວງເງິນໜູນຊ່ວຍເພີ່ມເຕີມນີ້ຈະໄດ້ຜັນຂະຫຍານຜ່ານ UNICEF ແລະ ສົມທົບກັນຢ່າງແໜ້ນແຟ້ນກັບກົມຄຸ້ມຄອງຄັນຄູ ແລະ ປ້ອງກັນ, ຕ້ານໄພທຳມະຊາດ ຫວຽດນາມ (VDDMA). ການສະໜອງບ້ວງເງິນໜູນຊ່ວຍດັ່ງກ່າວໄດ້ຍົກຈຳນວນເງິນໜູນຊ່ວຍຮີບດ່ວນຂອງ ອັງກິດ ໃນປີ 2025 ຂຶ້ນເປັນປະມານ 1,05 ລ້ານ USD.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານສະພາສູງ ສ.ເຊັກໂກ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບປະທານສະພາສູງ ສ.ເຊັກໂກ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ລະຫວ່າງຊ່ອງທາງພັກ, ລັດ, ສະພາແຫ່ງຊາດ, ການຮ່ວມມືທ້ອງຖິ່ນ ແລະ ການພົບປະແລກປ່ຽນປະຊາຊົນ

Top