• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ບັ້ນຮົບ 500 ວັນ ແລະ ຄືນ – ເພື່ອວິລະຊົນ ທີ່ຍັງບໍ່ທັນໄດ້ ຖືກ ເອີ່ຍຊື່

ກວ່າເຄິ່ງສະຕະວັດ ຫຼັງສົງຄາມສິ້ນສຸດລົງ, ເສັ້ນທາງການຄົ້ນ ຫາ, ເຕົ້າໂຮມ ແລະ ຢັ້ງຢືນຕົວຕົນອັດຖິ ນັກຮົບທ່ີເສຍສະຫຼະ ຊີວິດເພື່ອຊາດ ຍັງຄົງສືບຕໍ່ດຳເນີນໄປ ໃນຫຼາຍພື້ນທີ່. ຈາກຮ່ອງ ຮອຍ ທີ່ຍັງເຫຼືອຢູ່ໃນສະໜາມຮົບ, ສຳເນົາເອກະສານ ແລະ ວັດ ຖຸ ທີ່ລະນຶກ ທີ່ຖືກເກັບຮັກສາໄວ້ ຜ່ານຫຼາຍທົດສະວັດ, ຈົນເຖິງຂໍ້ ມູນ ທີ່ຍາດພີ່ນ້ອງສະໜອງໃຫ້ ແລະ ຜົນການວິເຄາະ ADN ໃນ ຫ້ອງທົດລອງ, ທຸກໆ ເບາະແສ ລ້ວນແຕ່ສາມາດ ເປີດໂອກາດ ໃນການ ຊອກຫາຊື່ສຽງຄືນ ໃຫ້ແກ່ ຜູ້ທີ່ເສຍສະຫຼະຊີວິດ. ບັ້ນຮົບ 500 ວັນ/ຄືນ ເພື່ອຄົ້ນຫາ, ເຕົ້າໂຮມ ແລະ ຢັ້ງຢືນຕົວຕົນ ອັດຖິ ນັກຮົບ ທ່ີເສຍສະຫຼະຊີວິດ ພວມເຊື່ອມຕໍ່ຄວາມພະຍາຍາມ ເຫຼົ່າ ນັ້ນບົນເສັ້ນທາງແຫ່ງການສະແດງ ຄວາມຮູ້ບຸນຄຸນ ອັນໃຫຍ່ຫຼວງ.

ຢູ່ທີ່ສູນວິທະຍຸ-ໂທລະພາບກອງທັບ, ເລກທີ 165 ຖະໜົນ ຊ໊າ ດ່ານ, ຕາແສງ ໂດ໋ງດາ, ນະຄອນ ຮ່າໂນ້ຍ, ໜ່ວຍງານ ຕ້ອນຮັບ ຍາດພີ່ນ້ອງນັກຮົບ ທ່ີເສຍສະຫຼະຊີວິດ ຂຶ້ນກັບໂຄງການ “ຕາມ ຫາ ເພື່ອນຮ່ວມຮົບ” ໄດ້ກາຍເປັນສະຖານທີ່ຮັບຂໍ້ມູນ, ສຳເນົາ ເອກະສານ, ວັດຖຸທີ່ລະນຶກ ແລະ ຄວາມຊົງຈຳ ທີ່ສົ່ງ ມາຈາກ ຍາດພີ່ນ້ອງ, ອະດີດນັກຮົບ ແລະ ພະຍານ. ທຸກໆ ການພົບປະ, ສາຍໂທລະສັບ ຫຼື ເອກະສານ ທີ່ຖືກມອບໃຫ້ ລ້ວນແຕ່ສາມາດ ເພີ່ມເຕີມເບາະແສ ໃຫ້ແກ່ວຽກງານການຄົ້ນຫາ. ນັ້ນອາດຈະ ເປັນ ຊື່ສະຖານທີ່ເກົ່າ, ບ່ອນຝັງສົບ ທີ່ເພື່ອນຮ່ວມຮົບຈື່ໄດ້, ຮູບ ພາບ ທີ່ຈືດຈາງ ຫຼື ຂໍ້ມູນ ກ່ຽວກັບກົມກອງ, ເວລາສູ້ຮົບຂອງ ຜູ້ ທີ່ເສຍສະຫຼະຊີວິດ.


ຈາກຂໍ້ມູນເຫຼົ່ານັ້ນ, ບັນດາອົງການ ທີ່ມີໜ້າທີ່ຮັບຜິດຊອບມີພື້ນ ຖານເພີ່ມເຕີມເພື່ອກວດກາ, ສົມທຽບກັບສຳເນົາເອກະສານ ແລະ ຂໍ້ມູນທີ່ມີຢູ່. ສູນຮັບສາຍດ່ວນ 500 ວັນ/ຄືນ ໄດ້ກາຍເປັນ ຂົວຕໍ່ ລະຫວ່າງ ກຳລັງປະຕິບັດໜ້າທີ່ ກັບຄອບຄົວທີ່ພວມ ຄົ້ນ ຫາບ່ອນຝັງສົບ ຂອງ ຍາດພີ່ນ້ອງ. ຕາມຂໍ້ມູນຈາກລັດຖະບານ, ນັບແຕ່ວັນທີ 15 ມິຖຸນາ ຫາ ວັນທີ 28 ສິງຫາ 2026, ສູນຮັບ ສາຍດ່ວນ ໄດ້ຮັບສາຍໂທເຂົ້າ ປະມານ 40.000 ສາຍ, ໃນນັ້ນ ມີຫຼາຍກວ່າ 13.000 ສາຍ ຈາກຍາດພີ່ນ້ອງ ທີ່ມີຄວາມຕ້ອງ ການ ຄົ້ນຫາບ່ອນຝັງສົບ ແລະ ປະມານ 1.800 ສາຍ ທີ່ສະ ໜອງຂໍ້ມູນ ກ່ຽວກັບບ່ອນຝັງສົບ ນັກຮົບທ່ີເສຍສະຫຼະຊີວິດ. ຕົວ ເລກເຫຼົ່ານັ້ນ ສະແດງໃຫ້ເຫັນວ່າ ແຫຼ່ງຂໍ້ມູນ ຈາກປະຊາຊົນ ຍັງ ມີຫຼາຍ, ພ້ອມທັງສ່ອງແສງ ໃຫ້ເຫັນເຖິງ ຄວາມມຸ່ງມາດ ປາດ ຖະໜາຂອງ ຫຼາຍຄອບຄົວ ຫຼັງຈາກການລໍຄອຍມາເປັນເວລາ ຫຼາຍສິບປີ.

ແຫຼ່ງເອກະສານທີ່ສຳຄັນອີກແຫຼ່ງໜຶ່ງ ທີ່ຖືກເກັບຮັກສາ ໄວ້ຢູ່ສູນ ເກັບກຳເອກະສານແຫ່ງຊາດ III ແມ່ນສຳເນົາເອກະສານ, ວັດຖຸ ທີ່ລະນຶກ ຂອງ ພະນັກງານ ທີ່ໄປສະໜາມຮົບພາກໃຕ້. ເອກະ ສານ ສ່ວນຕົວ, ຊີວະປະຫວັດ, ໃບສະໝັກ, ຈົດໝາຍ, ປຶ້ມບັນ ທຶກ ແລະ ສິ່ງຂອງເຄື່ອງໃຊ້ ທີ່ຕິດພັນກັບ ຊີວິດຂອງພະນັກງານ ທີ່ເຄີຍເຂົ້າໄປໃນສະໜາມຮົບ ບໍ່ພຽງແຕ່ເກັບຮັກສາຮ່ອງຮອຍ ປະຫວັດສາດ ເທົ່ານັ້ນ, ແຕ່ຍັງສາມາດ ສະໜອງຂໍ້ມູນ ຮັບໃຊ້ ໃຫ້ແກ່ການ ຢັ້ງຢືນອີກດ້ວຍ. ແຕ່ລະສຳເນົາເອກະສານ ແມ່ນ ພາກສ່ວນໜຶ່ງ ຂອງ ຊີວິດ, ແຕ່ລະວັດຖຸ ທີ່ລະນຶກ ແມ່ນຕິດພັນ ກັບບຸກຄົນໃດໜຶ່ງ. ການອະນຸລັກ, ຄົ້ນຫາ ແລະ ຊອກຄົ້ນ ເອກະ ສານເຫຼົ່ານີ້ ໄດ້ປະກອບສ່ວນເຊື່ອມຕໍ່ຂໍ້ມູນ ໃນອະດີດ ກັບ ບັນ ດາກິດຈະກຳ ການຄົ້ນຫາ ໃນປັດຈຸບັນ.

ເຖິງຢ່າງໃດກໍ່ຕາມ, ເສັ້ນທາງການຊອກຫາຊື່ສຽງຄືນໃໝ່ ບໍ່ພຽງ ແຕ່ດຳເນີນຢູ່ໃນສາງເກັບເອກະສານ ຫຼື ຢູ່ບັນດາອົງການຮັບຂໍ້ ມູນເທົ່ານັ້ນ. ຢູ່ບັນດາສຸສານ ນັກຮົບທ່ີເສຍສະຫຼະຊີວິດ, ວຽກ ງານ ການເກັບຕົວຢ່າງ ADN ໄດ້ຮັບການຈັດຕັ້ງປະຕິບັດສຳ ລັບຂຸມຝັງສົບ ທີ່ຍັງບໍ່ທັນຮູ້ຊື່. ຢູ່ສຸສານ ມາຍຢິກ, ຮ່າໂນ້ຍ, ບັນ ດາກຳລັງ ໄດ້ດຳເນີນການຂຸດຄົ້ນ, ເກັບກຳຕົວຢ່າງ ແລະ ບັນ ທຶກຂໍ້ມູນ ຕາມຂັ້ນຕອນວິຊາສະເພາະ. ແຕ່ລະພາກສ່ວນ ຂອງ ອັດຖິ ໄດ້ຮັບການຈັດການຢ່າງລະມັດລະວັງ, ຕົວຢ່າງ ຫຼັງຈາກ ເກັບມາໄດ້ ຈະຖືກຮັກສາ, ເຂົ້າລະຫັດ ແລະ ສົ່ງໄປກວດພິສູດ. ວຽກງານ ນີ້ຮຽກ ຮ້ອງໃຫ້ມີຄວາມຊັດເຈນໃນທຸກໆ ຂັ້ນຕອນ, ເພາະວ່າ ທຸກໆ ຕົວຢ່າງ ລ້ວນແຕ່ຕິດພັນກັບກໍລະນີ ທີ່ຈຳເປັນ ຕ້ອງ ໄດ້ຮັບການຢັ້ງຢືນ.

ຢູ່ທີ່ນີ້, ເປົ້າໝາຍ ບໍ່ພຽງແຕ່ການເກັບຕົວຢ່າງເທົ່ານັ້ນ, ແຕ່ຍັງ ຕ້ອງຮັບປະກັນຄວາມສາມາດ ໃນການສົມທຽບ, ສືບຄົ້ນຂໍ້ມູນ ໃນບັນດາບາດກ້າວຕໍ່ໄປ. ຜົນການກວດ ADN ສາມາດ ຊ່ວຍ ກຳນົດ ການພົວພັນທາງສາຍເລືອດ ລະຫວ່າງ ຕົວຢ່າງ ອັດຖິ ແລະ ຕົວຢ່າງທາງຊີວະພາບ ຂອງ ຍາດພີ່ນ້ອງ, ແຕ່ຂະບວນ ການນີ້ ຍັງຂຶ້ນກັບຄຸນະພາບຂອງຕົວຢ່າງ, ຂໍ້ມູນສຳລັບການ ສົມ ທຽບ ແລະ ເງື່ອນໄຂວິຊາສະເພາະຕົວຈິງ. ເມື່ອຜົນການກວດ ຍັງບໍ່ມີຫຼັກຖານພຽງພໍ, ສຳເນົາເອກະສານ, ວັດຖຸພັນ, ຂໍ້ມູນຈາກ ພະຍານ ແລະ ຂໍ້ມູນປະຫວັດສາດ ຈະສືບຕໍ່ມີບົດບາດສຳຄັນ.

ຢູ່ ວິຊວຽນ, ແຂວງ ຕວຽນກວາງ, ເຊິ່ງເຄີຍເປັນສະໜາມຮົບທ່ີ ດຸເດືອດ ເພື່ອປົກປັກຮັກສາ ຊາຍແດນພາກເໜືອ, ວຽກງານ ການຄົ້ນຫາ, ເຕົ້າໂຮມອັດຖິ ນັກຮົບທ່ີເສຍສະຫຼະຊີວິດ ຍັງປະ ເຊີນກັບ ຄວາມຫຍຸ້ງຍາກຫຼາຍຢ່າງ. ພູມສັນຖານເປັນພູສູງ, ທຸ ລະກັນດານ, ຮ່ອງຮອຍສະໜາມຮົບ ໄດ້ປ່ຽນແປງໄປຕາມການ ເວລາ ແລະ ຄວາມສ່ຽງຈາກລະເບີດ, ວັດຖຸລະເບີດທີ່ຍັງ ຕົກ ຄ້າງ ເຮັດໃຫ້ທຸກໆ ຄັ້ງ ຂອງ ການສຳຫຼວດ, ຄົ້ນຫາ ຕ້ອງໄດ້ ກະ ກຽມຢ່າງລະມັດລະວັງ. ບັນດາກຳລັງ ທັງເກັບກູ້ ວັດຖຸລະເບີດ, ຮັບປະກັນຄວາມປອດໄພ, ທັງກວດກາຂໍ້ມູນ, ກຳນົດເຂດ ແລະ ຊອກຄົ້ນຢູ່ບັນດາສະຖານທີ່ ທີ່ມີຫຼັກຖານ ກ່ຽວກັບບ່ອນທີ່ ນັກ ຮົບ ເສຍສະຫຼະຊີວິດ ແລະ ຖືກຝັງ.

ຜ່ານຫຼາຍທົດສະວັດ, ມີບາງຈຸດ ພຽງແຕ່ສາມາດກຳນົດໄດ້ ຜ່ານ ຄຳບອກເລົ່າຂອງເພື່ອນຮ່ວມຮົບ, ແຜນຜັງເກົ່າ ຫຼືຫຼັກໝາຍ ທີ່ບໍ່ ຄົບຖ້ວນອີກຕໍ່ໄປ. ດັ່ງນັ້ນ, ການສົມທຽບຂໍ້ມູນ ລະຫວ່າງພະ ຍານ, ສຳເນົາເອກະສານ ແລະ ສະພາບຕົວຈິງ ຈຶ່ງມີຄວາມ ໝາຍພິເສດ. ແຕ່ລະຮ່ອງຮອຍ ທີ່ຖືກຄົ້ນພົບ ສາມາດເປີດທິດ ທາງການຊອກຄົ້ນໃໝ່, ແຕ່ຮຽກຮ້ອງໃຫ້ມີ ຂະບວນການກວດ ກາ, ຢັ້ງຢືນຢ່າງລະມັດລະວັງ ເພື່ອຮັບປະກັນ ຄວາມຊັດເຈນ.

ຈາກສະຖານທີ່ຄົ້ນຫາ ໄປເຖິງຫ້ອງທົດລອງ ແມ່ນອີກ ຂັ້ນຕອນ ໜຶ່ງ ຂອງ ບັ້ນຮົບ. ວັນທີ 11 ກັນຍາ 2026, ຍົນທະຫານ CASA-295 ໄດ້ຂົນສົ່ງຕົວຢ່າງ ອັດຖິ ນັກຮົບທ່ີເສຍສະຫຼະ ຊີວິດ 13.563 ຕົວຢ່າງ ຈາກສະໜາມບິນ ເຕິນເຊີນເຍິດ ໄປຫາສະ ໜາມບິນ ຢາເລິມ, ຮ່າໂນ້ຍ. ຕົວຢ່າງ ເຫຼົ່ານີ້ຖືກຫຸ້ມຫໍ່ ໃນກ່ອງ ສະເພາະ 144 ກ່ອງ, ມອບໃຫ້ ບັນດາອົງການວິຊາ ສະເພາະ ເພື່ອຮັບໃຊ້ການກວດພິສູດ ADN. ໃນນັ້ນ, 3.625 ຕົວຢ່າງຂອງ ແຂວງ ເລີມດົ່ງ ໄດ້ຖືກສົ່ງໄປສະຖາບັນນິຕິເວດ ກອງທັບ; ຕົວ ຢ່າງຂອງ ດົ່ງນາຍ ແລະ ໄຕນິງ ໄດ້ຖືກມອບໃຫ້ ສະຖາບັນ ບັນ ດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ.

ຢູ່ສະຖາບັນນິຕິເວດກອງທັບ, ບັນດາຕົວຢ່າງໄດ້ຮັບການຕ້ອນ ຮັບ, ເກັບຮັກສາ ແລະ ຈັດຕາມຂັ້ນຕອນ ວິຊາສະເພາະ. ວຽກ ງານດຳເນີນໃນເງື່ອນໄຂ ທີ່ຮຽກຮ້ອງ ໃຫ້ມີຄວາມລະມັດລະວັງ, ຊັດເຈນ ແລະ ຄວາມສາມາດໃນການຄວບຄຸມຢ່າງເຂັ້ມງວດ ໃນທຸກໆ ຂັ້ນຕອນ. ຈາກຂັ້ນຕອນ ການກວດກາຂໍ້ມູນ, ເຂົ້າ ລະ ຫັດ, ເກັບຮັກສາ ຈົນເຖິງການສະກັດ ແລະ ວິເຄາະ ADN, ທຸກໆ ຂັ້ນຕອນ ຈະບໍ່ມີຜົນກະທົບ ຕໍ່ຄວາມສາມາດ ໃນການ  ໄດ້ຮັບຂໍ້ມູນ ທີ່ມີຄຸນຄ່າຮັບໃຊ້ການຢັ້ງຢືນ ຕົວຕົນ. ສຳລັບຕົວ ຢ່າງ ທີ່ຜ່ານ ການເວລາອັນຍາວນານ ໃນສະພາບແວດລ້ອມ ທີ່ຮ້າຍແຮງ, ການວິເຄາະ ຍິ່ງສ້າງສິ່ງທ້າທາຍ ຫຼາຍຢ່າງ.

ການກວດພິສູດ ADN ແມ່ນເຄື່ອງມືທີ່ສຳຄັນ, ແຕ່ບໍ່ແມ່ນເສັ້ນ ທາງດຽວໃນການຢັ້ງຢືນຊື່ນັກຮົບທ່ີເສຍສະຫຼະຊີວິດ. ມີບາງກໍ ລະນີ ທີ່ຈຳເປັນຕ້ອງ ສົມທົບຜົນທາງວິທະຍາສາດ ກັບ ສຳເນົາ ເອກະສານ, ວັດຖຸພັນ, ຂໍ້ມູນ ກ່ຽວກັບກົມກອງ ແລະ ສະພາບ ການເສຍຊີວິດ. ດັ່ງນັ້ນ, ປະສິດທິຜົນ ຂອງ ບັ້ນຮົບ ແມ່ນຂຶ້ນກັບ ການສົມທົບ ລະຫວ່າງ ບັນດາກຳລັງຄົ້ນຫາ, ອົງການເກັບຮັກ ສາ ເອກະສານ, ໜ່ວຍງານຮັບຂໍ້ມູນ, ສະຖານທີ່ກວດພິສູດ ແລະ ຄອບຄົວ ຂອງ ນັກຮົບທ່ີ ເສຍສະຫຼະຊີວິດ.

ບັ້ນຮົບ 500 ວັນ/ຄືນ ໄດ້ຮັບການຜັນຂະຫຍາຍ ນັບຕັ້ງແຕ່ ວັນ ທີ 15 ມີນາ 2026 ຫາ ວັນທີ 27 ກໍລະກົດ 2027, ມຸ່ງໄປ ສູ່ ການສະເຫຼີມສະຫຼອງ 80 ປີ ວັນທະຫານ ເສຍອົງຄະ-ນັກຮົບທ່ີ ເສຍສະຫຼະຊີວິດ. ບັນດາເປົ້າໝາຍ ກ່ຽວກັບການຄົ້ນຫາ, ເຕົ້າ ໂຮມ, ເກັບຕົວຢ່າງ ແລະ ກວດພິສູດ ADN ໄດ້ວາງປະລິມານ ວຽກງານ ອັນໃຫຍ່ຫຼວງ, ຮຽກຮ້ອງໃຫ້ມີການເຂົ້າຮ່ວມ ຢ່າງຄົບ ຊຸດຂອງ ຫຼາຍອົງການ, ໜ່ວຍງານ ແລະ ທ້ອງຖິ່ນ. ແຕ່ຢູ່ເບື້ອງ ຫຼັງຕົວເລກເຫຼົ່ານັ້ນ ແມ່ນບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດ, ບັນດາ ຄອບຄົວທີ່ ຍັງຫວັງວ່າ ຈະຊອກຫາບ່ອນ ຝັງສົບ ຍາດພີ່ນ້ອງພົບ ແລະ ເພື່ອນຮ່ວມຮົບ ທີ່ຍັງບໍ່ລືມຄວາມຊົງຈຳ ກ່ຽວກັບຜູ້ທີ່ ຍັງ ນອນ ຢູ່ໃນສະໜາມຮົບ.

ຈາກສາຍໂທລະສັບຂອງຍາດພີ່ນ້ອງ, ໜ້າເອກະສານ ທີ່ຖືກ ເປີດຄືນ, ຮ່ອງຮອຍທີ່ຖືກຄົ້ນພົບເທິງພູສູງ ຈົນເຖິງຕົວຢ່າງ ຊີ ວະພາບ ທີ່ຖືກວິເຄາະໃນຫ້ອງທົດລອງ, ທຸກໆ ຂັ້ນຕອນ ລ້ວນ ແຕ່ປະກອບສ່ວນ ສືບຕໍ່ເສັ້ນທາງນັ້ນ. ບໍ່ແມ່ນທຸກກໍລະນີ ຈະສາ ມາດຢັ້ງຢືນຊື່ ໄດ້ໃນໄວໆ ນີ້, ແຕ່ທຸກໆ ຂໍ້ມູນທີ່ຖືກຢັ້ງຢືນ, ທຸກໆ ຕົວຢ່າງທີ່ຖືກ ກວດພິສູດ ແລະ ທຸກໆ ອັດຖິທີ່ຖືກຄົ້ນພົບ ລ້ວນ ແຕ່ ນຳພາວຽກງານ ການສະແດງຄວາມຮູ້ບຸນຄຸນ ກ້າວໄປ ອີກ ບາດກ້າວໜຶ່ງ.

500 ວັນ/ຄືນ ບໍ່ພຽງແຕ່ແມ່ນຂີດໝາຍເວລາ ຂອງ ບັ້ນຮົບ ເທົ່າ ນັ້ນ, ແຕ່ຍັງແມ່ນເສັ້ນທາງເຊື່ອມຕໍ່ ຄວາມຊົງຈຳທີ່ບໍ່ເຄີຍຈືດຈາງ ກັບຄວາມພະຍາຍາມ ໃນປັດຈຸບັນ, ເພື່ອໃຫ້ບັນດາຜູ້ທີ່ໄດ້ ເສຍ ສະຫຼະຊີວິດ ເພື່ອປະເທດຊາດ ມີໂອກາດເພີ່ມຕື່ມ ໃນການຖືກ ເອີ້ນຊື່ ຢ່າງຖືກຕ້ອງ, ໄດ້ກັບຄືນສູ່ບ້ານເກີດ ເມືອງນອນ ແລະ ຄອບຄົວ.

 

ບົດ: ກົງດາດ - ພາບ: ກົງດາດ/VNP - ຮວ່າງຫວຽດ

ຜະລິດຕະພັນກະສິກຳຄຸນນະພາບສູງ ຊຸກຍູ້ການຄ້າ ຫວຽດນາມ - ຍີ່ປຸ່ນ

ຜະລິດຕະພັນກະສິກຳຄຸນນະພາບສູງ ຊຸກຍູ້ການຄ້າ ຫວຽດນາມ - ຍີ່ປຸ່ນ

ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຕະຫຼາດແຖວໜ້າ ຂອງ ຫວຽດນາມ ສຳລັບບັນດາຜະລິດຕະພັນກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ. ສອງປະເທດ ກຳລັງພະຍາຍາມເປີດກວ້າງຕະຫຼາດ ໃຫ້ແກ່ບັນດາຜະລິດຕະພັນກະສິກຳ ທີ່ມີຄຸນນະພາບສູງ ໃຫ້ຫຼາຍຂຶ້ນກວ່າເກົ່າ.

Top