• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຊຸກ​ຍູ້​ມາດ​ຕະ​ການ​ໃຫ້​ແກ່​ບັນ​ຫາ ມຽນ​ມາ ຢູ່ກອງ​ປ​ະ​ຊຸມ Cebu

ບັນດາການຜັນແປພາຍຫຼັງການເລືອກຕັ້ງຢູ່ ມຽນມາ ຄາດວ່າຈະແມ່ນເນື້ອໃນຈຸດສຸມຂອງກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat) ທີ່ຈະດຳເນີນແຕ່ວັນທີ 28 – 29 ມັງກອນ ຢູ່ Cebu, ຟີລິບປິນ.
ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ມອບບົດບາດປະທານ ອາຊຽນ ໃຫ້ແກ່ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr. ໃນວັນທີ 28/10/2025 (ພາບ: VOV-Bangkok)
ກອງປະຊຸມຢູ່ Cebu ແມ່ນເຫດການສຳຄັນເປີດສາກໃຫ້ແກ່ປີ ອາຊຽນ 2026 ດ້ວຍຫົວຂໍ້ “ພ້ອມກັນມຸ່ງໄປເຖິງອະນາຄົດ”. ກອງປະຊຸມໄດ້ດຳເນີນພາຍຫຼັງທີ່ ມຽນມາ ປະຕິບັດໄລຍະທີ 3 ຂອງການເລືອກຕັ້ງທົ່ວປະເທດໃນວັນທີ 25 ມັງກອນ. ໃນກອງປະຊຸມ, ຄາດຄະເນວ່າ ລັດຖະມົນຕີບັນດາປະເທດ ອາຊຽນ ຈະພິຈາລະນາເລື່ອງແຕ່ງຕັ້ງທູດພິເສດຮັບຜິດຊອບ ມຽນມາ. ກົນໄກດັ່ງກ່າວຫວັງວ່າ ຈະສ້າງຄວາມລຸລ່ວງໃນຄວາມມານະພະຍາຍາມແກ້ໄຂວິກິດການ, ແທນທີ່ເອື້ອຍອີງໃສ່ອາຍຸການປະທານໝູນວຽນປະຈຳປີ. ກອງປະຊຸມຈະຕີລາຄາຄືນວິວັດທະນາການປະຕິບັດຄວາມເຫັນດີເຫັນພ້ອມ 5 ຂໍ້ກ່ຽວກັບ ມຽນມາ (5PC) ຕື່ມອີກ.

(ແຫຼ່ງຄັດຈາກ VOV)

ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ຢູ່ UAE

ລັດ​ເຊຍ, ຢູ​ແກຼນ ແລະ ອາ​ເມ​ລິ​ກາ ຈັດ​ຕັ້ງ​ການ​ເຈ​ລະ​ຈາ​ສາມ​ຝ່າຍ​ຢູ່ UAE

ບັນດາການພົບປະເຈລະຈາໄດ້ແກ່ຍາວ 2 ວັນ, ເຊິ່ງເປັນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມພວມດຳເນີນ ແນໃສ່ຊຸກຍູ້ການເຈລະຈາ ແລະ ຊອກຫາບັນດາມາດຕະການທາງການເມືອງໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

Top