• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ການ​ນຳ ສ​ປ​ຊ ຕີ​າ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ ສ​ປ​ຊ

ທ່ານປະທານສະມັດຊາໃຫ່ຍ ສປຊ Philemon Yang ໄດ້ຂອບໃຈຄະນະຜູ້ແທນ ຫວຽດນາມ ແລະ ທ່ານ ດັ້ງຮ່ວາງຢາງ ຍາມໃດກໍ່ໄດ້ສະໜັບສະໜູນໂຄງການດຳເນີນງານຂອງ ສປຊ.
(ພາບ:TTXVN)

ໃນວັນທີ 21 ແລະ 27 ພຶດສະພາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຢ້ຽມອຳລາທ່ານ Philemon Yang ປະທານສະມັດຊາໃຫ່ຍ ສປຊ ຊຸດທີ 79 ແລະ ທ່ານເລຂາທິການໃຫ່ຍ ສປຊ António Guterres ເນື່ອງໃນໂອກາດໃກ້ກະສິ້ນສຸດອາຍຸການປະຕິບັດງານ.

  ທີ່ການຕ້ອນຮັບ, ທ່ານປະທານສະມັດຊາໃຫ່ຍ ສປຊ Philemon Yang ໄດ້ຂອບໃຈຄະນະຜູ້ແທນ ຫວຽດນາມ ແລະ ທ່ານ ດັ້ງຮ່ວາງຢາງ ຍາມໃດກໍ່ໄດ້ສະໜັບສະໜູນໂຄງການດຳເນີນງານຂອງ ສປຊ ແລະ ບັນດາບຸລິມະສິດຂອງປະທານສະມັດຊາໃຫ່ຍ ສປຊ.

  ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ທ່ານເລຂາທິການໃຫ່ຍ ສປຊ António Guterres ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ ໃນການຊຸກຍູ້ການຮ່ວມມື ແລະ ເຫັນດີເຫັນພ້ອມຢູ່ ສປຊ, ທ່ານເນັ້ນໜັກວ່າ ບັນດາຂໍ້ລິເລີ່ມ, ຂໍ້ສະເໜີຂອງ ຫວຽດນາມ ໃນໄລຍຜ່ານມາ ໄດ້ຮັບການສະໜັບສະໜູນຢ່າງກ້ວາງຂວາງ ຂອງບັນດາປະເທດສະມາຊິກ ຍ້ອນມີຄວາມໝາຍທີ່ແທດຈິງ, ຕິດພັນກັບຄວາມສົນໃຈລວມຂອງປະຊາຄົມໂລກ ແລະ ປະກອບສ່ວນຊຸກຍູ້ລັດທິຫຼາຍຝ່າຍ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ: ການປະຢັດແມ່ນໜຶ່ງໃນ 2 ເສົາຄ້ຳເພື່ອມຸ່ງໄປເຖິງຄວາມວັດທະນາຖາວອນ

ທ່ານເລຂາທິການໃຫຍ່ ໂຕເລິມ: “ການປະຢັດແມ່ນໜຶ່ງໃນ 2 ເສົາຄ້ຳເພື່ອມຸ່ງໄປເຖິງຄວາມວັດທະນາຖາວອນ”

ການປະຕິບັດການປະຢັດ ແລະ ຕ້ານການຟູມເຟືອຍແມ່ນ 2 ປັດໄຈປະກອບມີຄວາມຕິດພັນເຊິ່ງກັນແລະກັນ, ແມ່ນ 2 ເສົາຄ້ຳມຸ່ງໄປເຖິງຄວາມວັດທະນາຖາວອນ, ຮັ່ງມີສຳລັບທັງຂອບເຂດຄອບຄົວ, ປະເທດຊາດ ແລະ ສັງຄົມ.

Top