• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ບັນດາຊາວ ອຽກລັງ ຍ້ອມ ຮ່າໂນ້ຍ ເປັນສີຂຽວ

ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງຂະບວນການ ຍ້ອມ ທົ່ວໂລກໃຫ້ເປັນສີຂຽວຂອງ ອຽກລັງ, ສະຖານທີ່ມີຊື່ສຽງ ກວ່າ 400 ແຫ່ງ ໃນ 50 ປະເທດຄື: ອາຄານ Empire State ຢູ່ ນິວ ຢອກ (ສ ອາເມລິກາ), ສໍານັກງານບໍລິຫານ ຢູ່ ລອນດອນ (ອັງ ກິດ) ແລະ ກຳແພງເມືອງ ຈີນ  ກໍ່ໄດ້ກາຍເປັນສີຂຽວ. ຮ່ວມກັບ ເຫດ ການທີ່ພວມໄຂຂຶ້ນໃນທົ່ວໂລກ, ທາດ ບຸດ ຢູ່ໜອງ ຮວ່ານ ກຽມ ບັນດາຊາວ ອຽກລັງ ຍ້ອມເປັນສີຂຽວ. ຮູບພາບ ຮ່າໂນ້ຍ ໄດ້ຍອມເປັນສີຂຽວ ຖືກນຳເຂົ້າໃນບັນດາ ຜະລິດ ຕະພັນ ໂຄສະ ນາການທ່ອງທ່ຽວຂອງຂະບວນການ ເຜີຍແຜ່ ໄປທົ່ວໂລກ. 
ເຂົ້າຂະບວນການຍ້ອມ ຮ່າໂນ້ຍ ເປັນສີຂຽວ ໂດຍສະຖານທູດ ອຽກລັງ ປະຈຳ ຫວຽດນາມ ແລະ ສະມາຄົມຊາວ ອຽກລັງ ຮ່ວມ ກັນຈັດ ເຮັດໃຫ້ພວກຂ້າພະເຈົ້າຕົກສະເງີ້. ນີ້ແມ່ນວັນບຸນເພື່ອ ໃຫ້ໄວໜຸ່ມ ຫວຽດນາມ ແລະ ອຽກລັງ ສະແດງໃຫ້ເຫັນຄວາມ ປາດທະໜາ ໃນສັນຕິພາບ ແລະ ນຳ້ໃຈມິດຕະ ພາບລະຫວ່າງ ສອງປະເທດ ອຽກລັງ ແລະ ຫວຽດນາມ.

ທ່ານນາງ Cait Moran, ເອກອັກຄະລັດຖະທູດ ອຽກລັງ ປະຈຳຫວຽດນາມ ໄດ້ຢືນຢັນວ່າ: “ອາກາດຢູ່ ຮ່າໂນ້ຍ ຄ້າຍຄືຢູ່ ອຽກລັງ ແລະ ຊາວ ອຽກລັງ ທີ່ພວມອາໄສຢູ່ທີ່ນີ້ ຮູ້ສຶກໄດ້ການປ່ຽນແປງຂອງດິນຟ້າອາກາດຢູ່ ຮ່າໂນ້ຍ. ປີນີ້, ທາດ ບຸດ ຢູ່ໜອງ ຮວ່ານ ກຽມ ພ້ອມກັບກິດຈະກຳທີ່ມີຊື່ສຽງກວ່າ  400 ແຫ່ງ ໃນ 50 ປະ ເທດ ທົ່ວໂລກ ໄດ້ຫັນເປັນສີຂຽວເນື່ອງໃນໂອກາດສະເຫຼີມ ສະ ຫຼອງ ວັນຊາດ ອຽກລັງ. ນີ້ແມ່ນປີທີ 3, ທີ່ ຮ່າໂນ້ຍ ໄດ້ເຂົ້າຮ່ວມ “ຂະບວນ ການຍ້ອມທົ່ວໂລກເປັນສີຂຽວ” ຂອງ ອຽກລັງ ຢ່າງ ຕໍ່ ເນື່ອງ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນສາຍພົວພັນ, ຄວາມຮ່ວມມື ມິດຕະພາບ ທີ່ນັບນື້ ເລິກເຊິ່ງ ແລະ ກວ້າງຂວາງ ລະຫວ່າງ ອຽກ ລັງ ແລະ ຫວຽດນາມ”. 

ວັນ Patrick-ຊຶ່ງແມ່ນວັນຊາດ ອຽກລັງ ແມ່ນງານບຸນພິເສດ ສຳ ລັບຊາວ ອຽກລັງ 70 ລ້ານຄົນ ແລະ ເພື່ອນມິດສາກົນໃນທົ່ວໂລກ. ແຕ່ປີ 2010, ຫົວຄິດປະດິດສ້າງໜຶ່ງພາຍໃຕ້ຫົວຂໍ້ “ຂະ ບວນ ການຍ້ອມ ອຽກລັງ ເປັນສີຂຽວ” ໄດ້ກາຍເປັນຂະບວນການ ໜຶ່ງໃນທົ່ວໂລກ, ບັນດາສະຖານທີ່ມີຊື່ສຽງໃນທົ່ວໂລກ ຖືກຍ້ອມ ເປັນສີຂຽວ ເພື່ອສະເຫຼີມສະຫຼອງວັນຊາດ ອຽກລັງ. 

ນັກທ່ອງທ່ຽວສາກົນ ມາຍັງຖະໜົນຄົນຍ່າງອ້ອມໜອງ ຮວ່ານ ກຽມ, ບ່ອນເປີດເທດສະການຍ້ອມນະຄອນເປັນສີຂຽວ.


ທາດ ບຸດ ຮ່າໂນ້ຍ ຖືກປົກຄຸມໄປດ້ວຍສີຂຽວໃນວັນ “ຍ້ອມນະ ຄອນ ເປັນສີຂຽວ”.


ຊາວ ຫວຽດນາມ ແລະ ເພື່ອນມິດສາກົນ ໄດ້ເຂົ້າຮ່ວມໃນລາຍ
ການຊອກຮູ້ບັນດາຈັງຫວະຟ້ອມພື້ນເມືອງຂອງ ອຽກລັງ.



ໝວກສີຂຽວ ສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງ ຫວຽດ ນາມ ແລະ ອຽກລັງ ໃນວັນ “ຍ້ອມນະຄອນ ເປັນສີຂຽວ”.


ປຶ້ມຫຼາຍຫົວ ແລະ ຂອງຂວັນຫຼາຍຢ່າງຈະໄດ້ມອບໃຫ້ນັກທ່ອງ
ທ່ຽວທີ່ມາຢ້ຽມຢາມຮ້ານ ໃນວັນ  “ຍ້ອມນະຄອນ ເປັນສີຂຽວ”.



ຕຳລາການສຶກສາ ແລະ ຊອກຮູ້ກ່ຽວກັບປະເທດ ອຽກລັງ ໄດ້ດຶງ ດູດ ຄວາມສົນໃຈຂອງ ນັກສຶກສາ ເປັນຈຳນວນຫຼາຍ.


ໄວໜຸ່ມ ເມື່ອມາເຂົ້າຮ່ວມໃນວັນບຸນ ຈະໄດ້ຮັບ sticker ເພື່ອສະ ແດງນໍ້າໃຈມິດຕະພາບລະຫວ່າງສອງປະເທດຫວຽດນາມ ແລະ ອຽກລັງ.


ໄວໜຸ່ມຫຼາຍຄົນຖ່າຍຮູບ ແລະ check in ກ່ຽວກັບການຊອກຮູ້ປະເທດ ອຽກລັງ.


ນັກທ່ອງທ່ຽວຕອບຄຳຖາມໃນການຊອກຮູ້ກ່ຽວກັບ ອຽກລັງ.


ພ້ອມກັນຟ້ອນບັນດາຈັງຫວະຟ້ອນພື້ນເມືອງຂອງ ອຽກລັງ.


ບັນດາຈັງຫວະຟ້ອນພື້ນເມືອງຂອງ ອຽກລັງ.


ວົງດົນຕີພື້ນເມືອງຂອງ ອຽກລັງ ໃນລາຍການສະແດງດົນຕີ.


ການຫຼິ້ນ “ຕຶກຈອກ” ດຶງດູດນັກທ່ອງທ່ຽວເຂົ້າຮ່ວມເປັນຈຳ ນວນ ຫຼາຍ, ທາງໃນຈອກແຕ່ລະໜ່ວຍ ແມ່ນບັນດາຄຳຖາມກ່ຽວ ກັບ ປະເທດ ອຽກລັງ, ຖ້ານັກທ່ອງທ່ຽວຕອບຖືກ ຈະໄດ້ຮັບລາງວັນ.


ຮ້ານການຫຼິ້ນ ຂອງ ຊາວ ອຽກລັງ ແກວ່ງປ້ວງ ເຂົ້າກວດແກ້ວ. 


ບັນດາຊາວໜຸ່ມ ເຂົ້າຮ່ວມການຫຼິ້ນ ໂຍນຕົວເລກຮັບລາງວັນ. 


ຄວາມມ່ວນຊື່ນຂອງນັກທ່ອງທ່ຽວ ທີ່ໄດ້ເຂົ້າຮ່ວມໃນບັນດາການຫຼິ້ນ. 

ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີ ຂະບວນການ ຍ້ອມທົ່ວ ໂລກເປັນສີຂຽວຂອງ ອຽກລັງ, ສະຖານທີ່ມີຊື່ສຽງກວ່າ 400 ແຫ່ງ ໃນ 50 ປະເທດຄື: ອາຄານ Empire State ຢູ່ ນິວຢອກ (ສ ອາ ເມກາ), ສຳນັກງານບໍລິຫານ ຢູ່ ລອນດອນ (ອັງກິດ) ແລະ ກຳ ແພງ ເມືອງຈີນ  ກໍ່ໄດ້ກາຍເປັນສີຂຽວ. ຮ່ວມກັບເຫດການ ທີ່ ກຳ ລັງໄຂຂຶ້ນໃນທົ່ວໂລກ, ທາດ ບຸດ ຢູ່ໜອງ ຮວ່ານກຽມ ຖືກຊາວ ອຽກລັງ ຍ້ອມເປັນສີຂຽວ.

ເຂົ້າຮ່ວມ “ວັນ ອຽກລັງ”, ຊາວນະຄອນຫຼວງ ຮ່າໂນ້ຍ ໄດ້ ສຳຜັດ ກັບງານບຸນວັດທະນະທຳ ໜຶ່ງທີ່ມີຫຼາກຫຼາຍສີສັນ, ເຮັດໃຫ້ມີ ຄວາມເຂົ້າໃຈຍິ່ງຂຶ້ນ ກ່ຽວກັບປະເທດຊາດ, ຜູ້ຄົນ ແລະ ວັດທະ ນະທຳ ອຽກລັງ. ພິເສດແມ່ນ “ຜູ້ເປັນ ເພື່ອນຊາວ ອຽກລັງ” ຢູ່ ຫວຽດນາມ ລ້ວນແມ່ນນັກສຶກສາ ຢູ່ຮ່າໂນ້ຍ. ເຂົາເຈົ້າແຮກ ສ່ຽວ ກັບຊາວ ອຽກລັງ ຜ່ານຮ້ານຂາຍເຄື່ອງ ຫຼາຍຮ້ານ ແລະ ເຄື່ອງ ຫຼິ້ນຫຼາຍຢ່າງ.

ພິເສດ, ວົງດົນຕີພື້ນເມືອງ ຂອງ ມະຫາວິທະຍາໄລຊັບພະວິຊາ Cork (UCC Tradsoc) ໄດ້ນໍາສະເໜີບັນດາລາຍການສະແດງ ດົນຕີ ແລະ ຈັງຫວະຟ້ອນທີ່ເປັນເອກະລັກຂອງ ອຽກລັງ ໃນເຫດ ການ “ວັນ ອຽກລັງ” ແລະ ພິທີເປີດດອກໄຟສີຂຽວຢູ່ທາດ ບຸດ.

ເວົ້າເຖິງ “ວັນ ອຽກລັງ”, ທ້າວ ຫງອກເຊີນ ໃຫ້ຮູ້ວ່າ: ງານບຸນບໍ່ພຽງແຕ່ຍ້ອມ ຮ່າໂນ້ຍ ໃຫ້ເປັນສີຂຽວ ເທົ່ານັ້ນ, ແຕ່ຍັງແມ່ນ ບ່ອນສະແດງດົນຕີທີ່ສຸດຍອດ, ເປັນບ່ອນເພື່ອໃຫ້ຊາວ ຫວຽດນາມ ແລະ ເພື່ອນມິດສາກົນມາຊອກຮູ້ກ່ຽວກັບປະເທດ ອຽກລັງ - ປະ ເທດນຳໃຊ້ພາສາ ອັງກິດ ໜຶ່ງດຽວຢູ່ ເອີຣົບ ຖືເຄື່ອງດົນຕີ Harp ເປັນສັນຍາລັກແຫ່ງຊາດ. 

ສ ອຽກລັງ ໄດ້ເປີດສະຖານທູດ ຢູ່ຮ່າໂນ້ຍ ໃນປີ 2005. ການຄ້າ ລະຫວ່າງສອງປະເທດ ບັນລຸໄດ້ປະມານ 500 ລ້ານຢູໂຣ. ບັນດາ ຂົງເຂດການຄ້າທີ່ໄດ້ຮັບການບູລິມະສິດ ລະຫວ່າງ ຫວຽດນາມ ແລະ ອຽກລັງ ລວມມີ: ການສຶກສາ, ການເດີນອາກາດ, ກະສິກຳ, ພະລັງງານສະອາດ, ເຕັກໂນໂລຊີ ແລະ ສື່ສານທາງໄກ, ເຕັກໂນ ໂລຊີ ສາທາລະນະສຸກ. ຈຳນວນນັກທ່ອງທ່ຽວ ອຽກລັງ ມາທ່ຽວ ຫວຽດນາມ ບັນລຸໄດ້ກວ່າ 26.000 ຄົນຕໍ່ປີ ແລະ ຈຳນວນຊາວ ອຽກລັງ ທີ່ພວມອາໄສແລະ ເຮັດວຽກ ໃນຂົງເຂດ ການສຶກສາ, ການຄ້າ ຢູ່ ຫວຽດນາມ ມີປະມານ 1.000 ຄົນ. 
 
ບົດ: ບິກເວີນ - ພາບ: ແທງຢາງ

ທົ່ງນາໄດ້ກໍ່ດ້ວຍຫີນແລ່ນໄປຕາມເສັ້ນທາງໄປສູ່ ມັດເທິ່ນໜຸຍ. ພາບ: ກົງດາດ/VNP

ທົ່ງນາໄດ້ກໍ່ດ້ວຍຫີນແລ່ນໄປຕາມເສັ້ນທາງໄປສູ່ ມັດເທິ່ນໜຸຍ. ພາບ: ກົງດາດ/VNP

ຍິງສາວຊາວ ຍີ່ປຸ່ນ Haruna Ishimaru ເດີນທາງໄປຍັງເຂດ ຫ່າງໄກສອກຫຼີກ ຂອງແຂວງ ຮ່າຢາງ ແລະ ລາຍເຈົາ ເປັນປະ ຈຳ ເພື່ອສະໜັບສະໜູນການ ພັດທະນາເສດຖະກິດ ໂດຍກົງ ໃຫ້ແກ່ ໄວໜຸ່ມ ຊາວເຜົ່າສ່ວນໜ້ອຍ.

Top