• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນດາກຸ່ມບໍລິສັດອຸດສາຫະກຳຂອງ ສ.ເກົາຫຼີ ປາດຖະໜາຢາກເປີດກວ້າງການລົງທຶນຢູ່ ຫວຽດນາມ

ການນຳກຸ່ມບໍລິສັດປາດຖະໜາຢາກຍູ້ແຮງການເຄື່ອນໄຫວດຳເນີນທຸລະກິດ, ພ້ອມແລ້ວທີ່ຈະຖ່າຍທອດບັນດາເຕັກໂນໂລຊີໃໝ່, ລົງທຶນບັນດາເຕັກນິກໃໝ່ຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Yeonin Jung, ຮອງປະທານ, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Doosan Enerbility (ພາບ: VGP)

ຕອນບ່າຍວັນທີ 01 ກໍລະກົດ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ເຊີອຸນ, ໃນລາຍການໄປຢ້ຽມຢາມສ.ເກົາຫຼີ ຢ່າງເປັນທາງການ (30 ມິຖຸນາ - 03 ກໍລະກົດ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Euisun Chung, ປະທານຝ່າຍບໍລິຫານກຸ່ມບໍລິສັດ Hyundai Motor Group ແລະ ບັນດາການນຳຂັ້ນສູງຂອງກຸ່ມບໍລິສັດ. ທີ່ການຕ້ອນຮັບ, ການນຳກຸ່ມບໍລິສັດປາດຖະໜາຢາກຍູ້ແຮງການເຄື່ອນໄຫວດຳເນີນທຸລະກິດ, ພ້ອມແລ້ວທີ່ຈະຖ່າຍທອດບັນດາເຕັກໂນໂລຊີໃໝ່, ລົງທຶນບັນດາເຕັກນິກໃໝ່ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົ່ງເສີມໃຫ້ກຸ່ມບໍລິສັດເປີດກວ້າງການລົງທຶນເຂົ້າບັນດາຂົງເຂດຄົມມະນາຄົມສີຂຽວ, ເພີ່ມທະວີການຖ່າຍທອດເຕັກໂນໂລຊີ, ເພີ່ມອັດຕາຜະລິດຢູ່ພາຍໃນປະເທດ, ໜູນຊ່ວຍບັນດາວິສາຫະກິດຂອງ ຫວຽດນາມ ເຂົ້າຮ່ວມລະບົບສະໜອງ.

ທີ່ການຕ້ອນຮັບທ່ານ Yeonin Jung, ຮອງປະທານ, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Doosan Enerbility, ກຸ່ມບໍລິສັດດຳເນີນທຸລະກິດສະເພາະກ່ຽວກັບອຸດສາຫະກຳໜັກ, ທ່ານນາຍົກລັດຖະມົນຕີໄດ້ຊົມເຊີຍບັນດາມາດຕະການ, ເຕັກໂນໂລຊີໃໝ່ຂອງກຸ່ມບໍລິສັດກ່ຽວກັບພະລັງງານສີຂຽວ, ສະອາດ ແລະ ໜູນຊ່ວຍ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ກໍ່ຄືການຮ່ວມມືຖ່າຍທອດທັກສະການຄຸ້ມຄອງ, ເຕັກນິກ, ອຸດສາຫະກຳໃຫ້ແກ່ວິສາຫະກິດ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ວັນ​ບຸນ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ

ວັນ​ບຸນ ຊາວ​ໜຸ່ມ ຫວຽດ​ນາມ - ລາວ ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ

ຕອນບ່າຍວັນທີ 5 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ຫວຽດນາມ ໄດ້ດຳເນີນວັນບຸນພົບປະແລກປ່ຽນລະຫວ່າງນັກສຶກສາ, ຊາວໜຸ່ມແຂວງ ດົ່ງນາຍ ແລະ ນັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ແຂວງ ດົ່ງນາຍ ປີ 2024.

Top