• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ວົງ​ເງິນ​ການ​ຄ້າ​ ຫວຽດ​ນາມ - ຍີ່​ປຸ່ນ ບັນ​ລຸ 60 ຕື້ USD ໃນ​ປີ 2030

ຕອນ​ເຊົ້າ​ວັນ​ທີ 2 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ເປັນ​ປະ​ທານ​ພິ​ທີ​ຕອນ​ຮັບ​ທ່ານ​ນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການ.
  ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ທ່ານນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ສື່ມວນ​ຊົນ (ພາບ: VOV)  

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ, ທ່ານ​ນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ຈະ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 1 – 3ພຶດ​ສະ​ພາ. ຕອນ​ເຊົ້າ​ວັນ​ທີ 2 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ເປັນ​ປະ​ທານ​ພິ​ທີ​ຕອນ​ຮັບ​ທ່ານ​ນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຍີ່​ປຸ່ນ​ຢ່າງ​ເປັນ​ທາງ​ການ.

ທີ່​ການ​ພົບ​ປະ​ກັບ​ສື່ມວນ​ຊົນ​ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ຮູ້​ວ່າ​ສອງ​ຝ່າຍ​ໄດ້​ລົງ​ນາມ​ເອ​ກະ​ສານ​ສຳ​ຄັນ 6 ສະ​ບັບ​ໃນ​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ອາ​ວະ​ກາດ, ຂໍ້​ມູນ​ຂ່າວ​ສານ - ສື່ມວນ​ຊົນ, ຊົນ​ລະ​ປະ​ທານ, ພັດ​ທະ​ນ​າ​ພື້ນ​ຖານ​ໂຄງ​ລ່າງ​ຮັບ​ມື​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ເຕີບ​ໂຕ​ກາກບອນ.

ທີ່​ການ​ເຈ​ລະ​ຈາ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ເປີດ​ວ້າງ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ທູດ, ເພີ່ມ​ທະ​ວີ​ກາ​ນ່​ຮວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຍົກ​ສູງ​ຄວາມ​ສາ​ມາດ​ການ​ໃນ​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ທະ​ເລ, ແກ້​ໄຂ​ຜົນ​ຕາມ​ມາ​ຈາກ​ສົງ​ຄາມ, ຄວາມ​ປອດ​ໄພ​ທາງ​ໄຊ​ເບີ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ, ຮັບ​ມື​ກັບ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ…ທ່ານນ​າ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ:

ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ແທດ​ຈິງ​ກ່ຽວ​ກັບ​ທິດ​ທາງ​ໃຫຍ່ ແລະ ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ສືບ​ຕໍ່​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ຍີ່​ປຸ່ນ​ພັດ​ທະ​ນາ​ນັບ​ມື້​ນັບ​ເລິກ​ເຊິ່ງກວ່າ, ອຸ​ດົມ​ສົມ​ບູນກວ່າ, ແທດ​ຈິງກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ໃນ​ທຸກ​ຂົງ​ເຂດ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ຫັນ​ເປັນ​ສີ​ຂຽວ, ຫັນ​ເປັນ​ດີ​ຈີ​ຕອນ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ, ພະ​ລັງ​ງານ​ແບບ​ຍືນ​ຍົງ. ນີ້​ລ​ວນ​ແຕ່​ແມ່ນ​ບັນ​ດາ​ກຳ​ລັງ​ໜູນຫຼັກ​ແຫຼ່​ງ​ໃຫ້​ແກ່​ການ​ພັດ​ທະ​ນາ ຂອງ​ທັງ​ສອງ​ປະ​ເທດ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ການ​ຮ​່ວມ​ມື​ດ້ານ​ເສດ​ຖະ​ກິດ, ໃນ​ນັ້ນ​ມີ​ຄວາມ​ໝັ້ນ​ຄົງ​ເສດ​ຖະ​ກິດ, ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ແລະ ກະ​ສິ​ກຳ ແບບ​ຍືນ​ຍົງ, ນຳ​ການ​ລົງ​ທຶນ​ຂອງ​ຍີ່​ປຸ່ນ​ເຂົ້າ ຫວຽດ​ນາມ ບັນ​ລຸ​ລະ​ດັບ 5 ຕື້USD/ປີ ໂດຍ​ໄວ ແລະ ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ​ລະ​ດັບ 60 ຕື້ USD ໃນ​ປີ 2030. ສອງ​ຝ່າຍ​ຈະ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ຕະຫຼາດ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ກະ​ເສດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ແຫຼ່ງ​ທຶນ​ໜູນ​ຊ່ວຍ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ (ODA), ຊຸກ​ຍູ້​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ເສດ​ຖະ​ກິດ, ພະ​ລັງ​ງານ ແລະ ສະ​ບຽງ​ອາ​ຫານ.

ສ່ວນ​ທ່ານ​ນາງ Takaichi Sanae ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ຢັ້ງ​ຢືນ​ວ່າ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ການ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ ເສ​ລີ ແລະ ເປີດກວ້າງ (FOIP)ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ທ່ານ​ນາງ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ເພື່ອ​ແນ​ໃສ່​ພ້ອມ​ກັນ​ສ້າງ​ຍີ່​ປຸ່ນ, ຫວຽດ​ນາມ ແລະ ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ​ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ ແລະ ຈະ​ເລີນ​ຮຸ່ງ​ເຮືອງ, ຍີ່​ປຸ່ນ​ຖື​ເປັນ​ສຳ​ຄັນ​ທີ່​ສຸດ​ການ​ພົວ​ພັນ​ກັບ​ຫວຽດ​ນາມ ໂດຍ​ແມ່ນ​ປະ​ເທດ​ພວມ​ສືບ​ຕໍ່​ທ່າ​ເຕີບ​ໂຕ​ຢ່າງ​ແຮງ​ດ້ວຍ​ຖາ​ນະ​ເປັນ​ຕ່ອງ​ໂສ້​ສຳ​ຄັນ​ໃນ​ລະ​ບົບ​ສະ​ໜອງ, ພ້ອມ​ທັງ​ກໍ່​ແມ່ນ​ປະ​ເທດ​ພວມ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເປັນ​ເຈົ້າ​ຕົນ​ເອງ​ຍຸດ​ທ​ະ​ສາດ ແລະ ເຊື່ອມ​ໂຍງກັບ​ສາ​ກົນ.

(ແຫຼ໋ງຄັດຈາກ VOV)

ປັບ​ປຸງ​ການ​ວາງ​ແຜນ​ຜັງ​ກຳ​ນົດ​ຕົວ​ເມືອງ, ມຸ່ງ​ໄປ​ເຖິງ​ຮູບ​ແບບຫຼາຍ​ໃຈກາງ

ປັບ​ປຸງ​ການ​ວາງ​ແຜນ​ຜັງ​ກຳ​ນົດ​ຕົວ​ເມືອງ, ມຸ່ງ​ໄປ​ເຖິງ​ຮູບ​ແບບຫຼາຍ​ໃຈກາງ

ຈຸດ​ສຸມ​ຂອງ​ການ​ປັບ​ປຸງ​ຄັ້ງ​ນີ້​ແມ່ນ​ການ​ຫັນ​ປ່ຽນ​ຈາກ​ຮູບ​ແບບ​ພັດ​ທະ​ນາ “​ໜຶ່ງ​ທ້ອງ​ຖິ່ນ ໜຶ່ງ​ຕົວ​ເມືອງ” ໄປ​ຍັງ​ເຄືອ​ຂ່າຍ​ຕົວ​ເມືອງ​ມີ​ການ​ເຊື່ອມ​ຕໍ່, ໃນ​ນັ້ນ​ບັນ​ດາ​ຂົ້ວ​ເຕີບ​ໂຕ, ແລວ​ເສດ​ຖະ​ກິດ ແລະ ເຂດ​ກຳ​ລັງ​ໜູນ​ສວມ​ບົດ​ບາດ​ນຳ​ພາ.

Top