• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ນຳ້ຫວານ ເຂົ້າໜຽວ

ແຕ່ໃດໆ ມາ ລາຍການອາຫານ ນຳ້ຫວານເຂົ້າໜຽວ ໄດ້ເຂົ້າສູ່ ແບບແຜນການດຳລົງຊີວິດ ຂອງ ບັນດາຄອບຄົວ ຄົນ ຫວຽດ ອັນ ເນື່ອງຈາກລົດຊາດ ທ່ີ “ຫວານ ຄື ນຳ້ຫວານ, ໜຽວ ຄື ເຂົ້າ ໜຽວ”. 
ເຂົ້າໜຽວໜຶ້ງ ປົນກັບຖົ່ວຂຽວ ຈະກາຍເປັນສີ ເຫຼືອງອ່ອນ ທີ່ສວຍ ງາມ. ເຂົ້າໜຽວ ເມື່ອໜຶ້ງສຸກ ແລ້ວນໍາໄປ ບົດໃຫ້ແຫຼກ. ສ່ວນນຳ້ ຫວານ ຈະໄດ້ຮັບການປຸງແຕ່ງ ຕ່າງຫາກ ຈາກແປ້ງມັນຕົ້ນ ແລະ ນຳ້ຕານ.

ຕັກນຳ້ຫວານໃສ່ຖ້ວຍ, ຫຼັງຈາກນັ້ນ ໂຮຍເຂົ້າໜຽວໃສ່ເທິງ ກາຍ ເປັນ ນຳ້ຫວານເຂົ້າໜຽວ. ເຂົ້າໜຽວ ຈະມີສີເຫຼືອງອ່ອນທີ່ສະດຸດ ຕາ, ນຳ້ຫວານມີຄວາມໜຽວ ແລະ ຫວານ. ກ່ອນຮັບປະທານ ຕ້ອງປົນເຂົ້າໜຽວ ແລະ ນຳ້ຫວານ ສະເໝີກັນ ເພື່ອໃຫ້ລົດຊາດ ຂອງ ເຂົ້າໜຽວ ແລະ ຄວາມມັນ ຂອງ ຖົ່ວຂຽວ ໄດ້ເຈືອປົນເຂົ້າກັນ. ນີ້ແມ່ນລາຍການອາຫານ ມີລົດຊາດ ຫອມແຊບ ແລະ ຫວານເຢັນ, ວິທີການປຸງແຕ່ງກໍງ່າຍ ອີກດ້ວຍ.

ຈາກລາຍການອາຫານໃນຄອບຄົວ, ນຳ້ຫວານເຂົ້າໜຽວ ໄດ້ກາຍ ເປັນລົດນິຍົມໃນອາຫານການກິນ ຂອງຄົນ ຫວຽດ. ມີຮ້ານອາຫານ ມູນເຊື້ອຫຼາຍແຫ່ງ ໄດ້ເປີດປຸງແຕ່ງສະເພາະລາຍການອາຫານ ນຳ້ຫວານເຂົ້າໜຽວ ເພື່ອແນະນຳ ໃຫ້ນັກທ່ອງທ່ຽວ ທີ່ມາຈາກທົ່ວ ທຸກສາລະທິດ.



ວັດຖຸປະກອບເພື່ອປຸງແຕ່ງລາຍການ ນຳ້ຫວານເຂົ້າໜຽວ ລວມມີ ເຂົ້າໜຽວ, ໝາກຖົ່ວຂຽວ, ແປ້ງມັນຕົ້ນ ແລະ ນຳ້ຕານ. 


ນຳ້ຫວານ ເຂົ້າໜຽວ ເປັນລາຍການອາຫານ ທີ່ຫອມແຊບ ແລະ ຫວານເຢັນ, ຊຶ່ງບັນດາຄອບຄົວ ຫວຽດ ມັກປຸງແຕ່ງ ໃນທ້າຍ ສັບ ປະດາ ຫຼື ໃນໂອກາດມີງານມີບຸນ. 

ທີ່ຢູ່ຮ້ານອາຫານ:
- ນຳ້ຫວານ ເຂົ້າໜຽວ ບ່າຖິ່ນ - ເຮືອນເລກທີ 93 ຄຸ້ມຖະໜົນ ຮ່າງໂບ່, ຮ່າໂນ້ຍ
- ນຳ້ຫວານ ເຂົ້າໜຽວ - ເຮືອນເລກທີ 66 ຖະໜົນ ເຈິ່ນຮຶງດ້າວ, ຮ່າໂນ້ຍ
- ຮ້ານນຳ້ຫວານ ເມື່ອຍເສົ໋າ ບ່າຖິ່ນ - ເຮືອນເລກທີ 16 ຖະໜົນ ໂງທີ່ເຍີ້ມ, ຮ່າໂນ້ຍ
 
ບົດ: ບິກເວິນ - ພາບ: ແທງຢາງ

ເຄົາຍຸກ ກາວບັ່ງ

ເຄົາຍຸກ ກາວບັ່ງ

ເປັນອາຫານພື້ນເມືອງ ທີ່ມີມາແຕ່ດົນນານ ຂອງ ຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ, ເຄົາຍຸກ (ອ່ອມຊີ້ນໝູ) ບໍ່ພຽງແຕ່ດຶງດູດໃຈ ນັກຊີມ ດ້ວຍລົດຊາດ ທ່ີແຊບຊ້ອຍເທົ່ານັ້ນ, ແຕ່ຍັງ ມີຄຸນຄ່າ ວັດທະ ນະທຳ ອັນເລິກເຊິ່ງ ທີ່ເຊື່ອງໄວ້ ຢູ່ໃນຊີ້ນໝູ ແຕ່ລະຕ່ອນ.

Top