ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ໄທ ພາຍຫຼັງ 11 ປີ, ເຊິ່ງກົງກັບຈຸດເວລາສອງປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (6/8/1976 - 6/8/2026), ຂີດໝາຍສຳຄັນໃນປະຫວັດສາດການພົວພັນລະຫວ່າງສອງປະເທດ.
ທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ
ເລື່ອງທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ ຈະເດີນທາງມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 15 ພຶດສະພາ ຫາວັນທີ 16 ພຶດສະພາ ບໍ່ພຽງແຕ່ຢັ້ງຢືນຄືນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນພື້ນຖານຄູ່ຮ່ວມມືຍຸດທະສາດເທົ່ານັ້ນ, ຫາກຍັງສະແດງຄວາມຕັດສິນໃຈຂອງການນຳສອງປະເທດ ກ່ຽວກັບການນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເປີດໂອກາດຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ ແລະ ແທດຈິງກວ່າ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ຟ້າມຫວຽດຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ໄທ.
ຕາມທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ແລ້ວ, ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງນາຍົກລັດຖະມົນຕີ ໄທ ພາຍຫຼັງ 11 ປີ, ເຊິ່ງກົງກັບຈຸດເວລາສອງປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (6/8/1976 - 6/8/2026), ຂີດໝາຍສຳຄັນໃນປະຫວັດສາດການພົວພັນລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ໃຫ້ຮູ້ວ່າ:
“ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍຈະດຳເນີນກອງປະຊຸມຄະນະລັດຖະບານຮ່ວມ ຄັ້ງທີ 4, ເຊິ່ງເປັນກົນໄກຮ່ວມມືດ້ວຍຊື່ເອີ້ນທີ່ພິເສດນັ້ນ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງສູງ ແລະ ຄວາມຕັດສິນໃຈລວມເພື່ອແນໃສ່ພັດທະນາການພົວພັນສອງຝ່າຍ. ພາຍໃຕ້ການເປັນປະທານ ແລະ ການຊີ້ນຳໂດຍກົງຂອງນາຍົກລັດຖະມົນຕີສອງຝ່າຍ, ສອງຝ່າຍກໍຈະສຳຫຼວດກວດຄືນ, ແກ້ໄຂບັນດາບັນຫາທີ່ພວມຕັ້ງຂຶ້ນ ແລະ ກຳນົດທິດທາງການຮ່ວມມືໃນທຸກຂົງເຂດ”.
(ແຫຼ່ງຄັດຈາກ VOV)