• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ປະ​ຈຳ​ເດືອນ ຕຸ​ລາ

ຕອນເຊົ້າວັນທີ 8 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນຕຸລາ ໂດຍມີການເຊື່ອມຕໍ່ແບບທາງໄກກັບບັນດາທ້ອງຖິ່ນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ສະເໜີກະຊວງກະສິກຳ ແລະ ສິ່ງແວດລ້ອມຮີບດ່ວນປະຕິບັດສຳເລັດ ແລະ ແນະນຳການປະຕິບັດໃນເດືອນ ພະຈິກ ກ່ຽວກັບລະບົບຊອກຫາຕົ້ນກຳເນີດທາງເອເລັກໂຕນິກ, ເປັນເຈົ້າພາບ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍຢ່າງຄົບຊຸດ ບັນດາມາດຕະການແກ້ບັດເຫຼືອງ IUU ໃນປີນີ້ຢ່າງທັນທີ. ທ່ານໃຫ້ຮູ້ວ່າ:

ທ້ອງຖິ່ນຕ້ອງຄວບຄຸມໄດ້ບັນດາກຳປັ່ນຫາປາ. ຂ້າພະເຈົ້າເນັ້ນ ເຖິງບັນຫານີ້. ກຳປັນບໍ່ຕິດຕັ້ງ GMS, ບໍ່ມີເງື່ອນໄຂຢ່າງຄົບຖ້ວນ ແຕ່ຍັງອະນຸຍາດໃຫ້ໄປຫາປາຢູ່ທະເລ ແມ່ນພວກເຮົາມີການຄວບຄຸມບໍ່ດີແລ້ວ. ຢູ່ເຂດທະເລ ໃນບັນດາເຂດມີການຂັດແຍ້ງກັນ ຕ້ອງຕໍ່ສູ້, ສ່ວນເຂດທະເລຂຶ້ນກັບອະທິປະໄຕເຂົາເຈົ້າ ຕ້ອງແກ້ໄຂຢ່າງເດັດຂາດ.

ກ່ຽວກັບໜ້າທີ່, ມາດຕະການຈຸດສຸມນັບແຕ່ປັດຈຸບັນຈົນຮອດທ້າຍປີ ແລະ ຕົ້ນປີ 2026, ທ່ານນາຍົກລັດຖະມົນຕີ ສະເໜີສຸມໃສ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ການເຕີບໂຕໂດຍໄວ ແລະ ຍືນຍົງ…

ແລະກໍ່ຢູ່ໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເປັນພິເສດເຖິງການສຸມໃສ່ປ້ອງກັນ, ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມ, ເອົາໃຈໃສ່ເປັນພິເສດເຖິງການຈັດການຊອກຫາຄົນຫາຍສາບສູນ, ປິ່ນປົວພະຍາດໃຫ້ແກ່ຄົນຖືກບາດເຈັບຢ່າງທັນການ, ໜູນຊ່ວຍປະຊາຊົນສ້ອມແປງເຮືອນຢູ່ຖືກເປ່ເພໂດຍໄວ, ໜູນຊ່ວຍບ່ອນຢູ່ຊົ່ວຄາວ, ຟື້ນຟູພື້ນຖານໂຄງລ່າງທີ່ຈຳເປັນ…

(ແຫຼ່ງຄັດຈາກ VOV)

ທ່ານໝໍຍິງເສນາຮັກ ສ້າງຄວາມຫວັງຢູ່ເຂດຊາຍແດນ

ທ່ານໝໍຍິງເສນາຮັກ ສ້າງຄວາມຫວັງຢູ່ເຂດຊາຍແດນ

ຊີວິດຂອງນາງແມ່ນເສັ້ນທາງແຫ່ງຄວາມມານະພະຍາຍາມ ແລະ ສຸດຈິດສຸດໃຈຕໍ່ວຽກງານ.

Top