• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ເຮືອນ​ແຕ່​ລະຫຼັງ​ແມ່ນຂອງ​ຂວັນ, ແມ່ນ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ແມ່ນ​ຊາ​ຍ​ຄາອັນ​ອົ​ບ​ອຸ່ນ ​ທີ່​ມີ​ຄວາມໝາຍ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງເລື່ອງມາຮອດປັດຈຸບັນ, ທົ່ວປະເທດໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພເກືອບ 209.000 ຫຼັງ ບັນລຸປະມານ 77% ໃນຈຳນວນຄວາມຕ້ອງການທັງໝົດ, ມີ 15 ແຂວງ, ນະຄອນໄດ້ປະຕິບັດສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ11 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳສູນກາງຜັນຂະຫຍາຍການລົບລ້າງເຮືອນຢູ່ຊົວຄາວ, ເຮືອນເປເພໃນທົ່ວປະເທດ ໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳ ເພື່ອຕີລາຄາສະພາບການ, ໝາກຜົນຂອງການປະຕິບັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພ ແລະ ໜ້າທີ່ໃນໄລຍະຈະມາເຖິງ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກຢູ່ສຳນັກງານລັດຖະບານ, ເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງເລື່ອງມາຮອດປັດຈຸບັນ, ທົ່ວປະເທດໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພເກືອບ 209.000 ຫຼັງ  ບັນລຸປະມານ 77%  ໃນຈຳນວນຄວາມຕ້ອງການທັງໝົດ, ມີ 15 ແຂວງ, ນະຄອນໄດ້ປະຕິບັດສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ເຮືອນແຕ່ລະຫຼັງແມ່ນ ຂອງຂວັນ, ແມ່ນນ້ຳໃຈຄວາມຮັກແພງ, ແມ່ນຊາຍຄາອັນອົບອຸ່ນທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມຮັບຜິດຊອບ, ນ້ຳໃຈຄວາມຮັກແພງຂອງຊົນຊາດ, ຂອງພໍ່ແມ່ປະຊາຊົນ, ຂອງການແບ່ງເບົາຂອງທົ່ວສັງຄົມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຖະ​ຫວາຍດອກ​ໄມ້​ອາ​ໄລ​ຫາ​ປະ​ທານ ​ໂຮ່​ຈີ​ມິນ ແລະ ທ່ານ​ເລ​ຂາ​ທິ​ການ​ຫຍ່ ເລຢວນ ຢູ່​ສະ​ຫະ​ພັນ ລັດ​ເຊຍ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກົ້ມຫົວໜຶ່ງນາທີ ອາໄລຫາປະທານໂຮ່ຈີມິນ.

Top