• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ວາ​ລະ​ສົນ​ທະ​ນາ​ນະ​ໂຍ​ບາຍ ຢູ່​ເວ​ທ​ີ​ປາ​ໄສ​ເສດ​ຖະ​ກິດ​ໂລກ

ວັນທີ 25 ມິຖຸນາ, ເມື່ອເຂົ້າຮ່ວມວາລະສົນທະນານະໂຍບາຍດ້ວຍຫົວຂໍ້ “ສັງກາດໃໝ່ຂອງ ຫວຽດນາມ: ຈາກວິໄສທັດໄປສູ່ການກະທຳ”, ໃນຂອບເຂດເວທີປາໄສເສດຖະກິດໂລກ (WEF) ຢູ່ ທຽນຊີນ, ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕອບຄຳຖາມຫຼາຍຂໍ້ທີ່ກ່ຽວຂ້ອງເຖິງເສັ້ນທາງພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່. ວາລະສົນທະນາມີການເຂົ້າຮ່ວມຂອງທ່ານ Borge Brende ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ WEF ພ້ອມດ້ວຍຜູ້ແທນກວ່າ 100 ທ່ານ ເຊິ່ງເປັນຜູ້ຕາງໜ້າຂອງບັນດາລັດຖະບານ, ອົງການຈັດຕັ້ງ ແລະ ວິສາຫະກິດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ກຽກກີສະຖານ Adylbek Kasimalyev (ພາບ: TTXVN)

ເມື່ອຕອບຄຳຖາມກ່ຽວກັບຜົນກະທົບຈາກສະພາບຄວາມສັບສົນຂອງພູມີສາດການເມືອງຕໍ່ການພັດທະນາຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ:

        “ຫວຽດນາມ ມີຄວາມດຸ່ນດ່ຽງຍ້ອນອີງໃສ່ຫຼັກການແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ແຕ່ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈກັບທຸກປະເທດໃນໂລກ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ຫວຽດນາມ ເດີນຕາມແນວທາງການປ້ອງກັນຊາດ 4 ບໍ່: ບໍ່ເຂົ້າຮ່ວມສຳພັນທະມິດດ້ານການທະຫານ, ບໍ່ໄປຕາມປະເທດນີ້, ຕ້ານຄືນປະເທດອື່ນ, ບໍ່ໃຫ້ປະເທດອື່ນນຳໃຊ້ຜືນແຜ່ນດິນຂອງປະເທດຕົນເພື່ອຕ້ານຄືນປະເທດທີ 3; ບໍ່ຖະແຫຼງ ແລະ ນຳໃຊ້ກຳລັງແຮງການທະຫານໃນການພົວພັນສາກົນ”.

        ກ່ຽວກັບບັນດາບຸລິມະສິດດ້ານນະໂຍບາຍຂອງ ຫວຽດນາມ ເພື່ອຮັບປະກັນຄວາມເປັນເຈົ້າຕົນເອງທາງດ້ານເສດຖະກິດໃນຂະນະທີ່ສືບຕໍ່ເຊື່ອມໂຍງເຂົ້າເສດຖະກິດທົ່ວໂລກຢ່າງເລິກເຊິ່ງ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

        “ພວກຂ້າພະເຈົ້າກຳນົດວ່າຢາກສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແມ່ນອີງໃສ່ຊັບພະຍາກອນມະນຸດ ຫວຽດນາມ. ສອງແມ່ນອີງໃສ່ຊັບພະຍາກອນທຳມະຊາດຂອງ ຫວຽດນາມ. ທີສາມແມ່ນອີງໃສ່ມູນເຊື້ອປະຫວັດສາດວັດທະນະທຳອັນສະຫງ່າອົງອາດໄລຍະກວ່າ 4.000 ປີ ເພື່ອສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ຢັ້ງຢືນທັດສະນະແຫຼ່ງກຳລັງພາຍໃນແມ່ນພື້ນຖານ, ຍຸດທະສາດຍາວນານ ແມ່ນປັດໄຈຕັດສິນ, ແຕ່ແຫຼ່ງກຳລັງຈາກພາຍນອກກໍມີຄວາມສຳຄັນຍິ່ງ, ບຸກທະລຸແມ່ນ: ທຶນຮອນ, ລະບອບລະບຽບການເສດຖະກິດການຕະຫຼາດ, ເຕັກໂນໂລຢີ, ການຄຸ້ມຄອງ ແລະ ແຫຼ່ງຊັບພະຍາກອນມະນຸດ.”

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບການນຳຂອງປະເທດ ແລະ ອົງການຈຳນວນໜຶ່ງ ເຊັ່ນ: ທ່ານປະທານາທິບໍດີ ເອກວາດໍ Daniel Noboa; ທ່ານນາຍົກລັດຖະມົນຕີ ກຽກກີສະຖານ Adylbek Kasimalyev; ທ່ານນາຍົກລັດຖະມົນຕີ ເຊເນການ Ousmane Songko  ເພື່ອແນໃສ່ຍູ້ແຮງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ; ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ກອງທຶນລົງທຶນແຫ່ງຊາດ ເພື່ອຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຢີ; ພົບປະກັບທ່ານ Peter Brabeck-Letmathe, ປະທານຊົ່ວຄາວ ເວທີປາໄສເສດຖະກິດໂລກ (WEF) ແລະ ທ່ານ Borge Brende ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ WEF ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong.

(ແຫຼ່ງຄັດຈາກ VOV)

ກວດກາລະບົບຂໍ້ມູນຂ່າວສານ, ຮັບປະກັນການເຄື່ອນໄຫວລຸລ່ວງໃຫ້ແກ່ອຳນາດການປົກຄອງ 2 ຂັ້ນ ກ່ອນວັນທີ 30 ມິຖຸນາ

ກວດກາລະບົບຂໍ້ມູນຂ່າວສານ, ຮັບປະກັນການເຄື່ອນໄຫວລຸລ່ວງໃຫ້ແກ່ອຳນາດການປົກຄອງ 2 ຂັ້ນ ກ່ອນວັນທີ 30 ມິຖຸນາ

ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ຕ້ອງສຸມໃສ່ບັນດາໜ້າທີ່ຈຸດສູມຄື: ພື້ນຖານໂຄງລ່າງອິນເຕີເນັດ, ຄວາມປອດໄພ ຄວາມໝັ້ນຄົງດ້ານຂໍ້ມູນ.

Top