• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ “5 ຂໍ້​ນຳ​ໜ້າ” ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ສຳ​ລັບ ອາ​ຊີ

ເພື່ອສ້າງສະຕະວັດຂອງ ອາຊີ ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ “05 ຂໍ້ນຳໜ້າ” ທີ່ມີຄວາມໝາຍຍຸດທະສາດສຳລັບ ອາຊີ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາຄຳເຫັນ(ພາບ: VGP)

ວັນທີ 25 ມິຖຸນາ, ຢູ່ນະຄອນ ທຽນຊີນ, ຈີນ, ໄດ້ດຳເນີນພິທີໄຂ ກອງປະຊຸມຄົບຄະນະປະຈຳປີບັນດາຜູ້ນຳໜ້າຄັ້ງທີ 16 ຂອງເວທີປາໄສເສດຖະກິດໂລກ (WEF ທຽນຊີນ 2025, ແຕ່ວັນທີ 24 – 26 ມິຖຸນາ). ດ້ວຍຫົວຂໍ້ “ນ້ຳໃຈ startup ໃຫ້ແກ່ສັງກາດໃໝ່”, WEF ທຽນຊີນ 2025 ມີການເຂົ້າຮ່ວມຂອງຜູ້ແທນກວ່າ 1.700 ທ່ານ ເຊິ່ງເປັນການນຳຂັ້ນສູງ, ຜູ້ຕາງໜ້າອົງການ, ກະຊວງຂະແໜງການ, ອົງການຈັດຕັ້ງສາກົນ, ນັກຊ່ຽວຊານ, ນັກຮຽນຮູ້ ແລະ ການນຳວິສາຫະກິດທີ່ມາຈາກເກືອບ 100 ປະເທດໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບປະມຸກລັດ, ການນຳລັດຖະບານ 5 ປະເທດ, ລວມມີ: ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ, ທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong, ທ່ານນາຍົກລັດຖະມົນຕີ ເຊເນການ Oismane Sonko, ທ່ານປະທານາທິບໍດີ ເອກວາດໍ Daniel Boboa ແລະ ທ່ານນາຍົກລັດຖະມົນຕີ ກຽກກີສະຖານ Adylbek Kassymaliev ເຂົ້າຮ່ວມພິທີໄຂ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມວາລະປຶກສາຫາລື ພາຍໃຕ້ຫົວຂໍ້ “ສະຕະວັດຂອງ ອາຊີ ພວມປະເຊີນໜ້າກັບສິ່ງທ້າທາຍຫຼືບໍ່?”

        ກ່າວຄຳເຫັນໃນວາລະປືກສາຫາລື, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມເຊື່ອມໝັ້ນວ່າ ອາຊີ ຈະມີຮາກຖານ, ພື້ນຖານຢ່າງພຽງພໍ ເພື່ອສືບຕໍ່ພັດທະນາ, ບືນຕົວຂຶ້ນ ແລະ ນັບມື້ນັບຢັ້ງຢືນບົດບາດເປັນເສົາຄ້ຳ, ພາທາງໃນພື້ນຖານເສດຖະກິດທົ່ວໂລກ. ເພື່ອສ້າງສະຕະວັດຂອງ ອາຊີ ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ “05 ຂໍ້ນຳໜ້າ” ທີ່ມີຄວາມໝາຍຍຸດທະສາດສຳລັບ ອາຊີ. ໃນນັ້ນ, ອາຊີ ຕ້ອງ: ນຳໜ້າໃນການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ; ນຳໜ້າໃນການເຊື່ອມຕໍ່ລະບົບມູນຄ່າ, ຊຸກຍູ້ການຮ່ວມສຳພັນເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນ; ນຳໜ້າໃນການຊຸກຍູ້ຈິດໃຈ startup, ນະວັດຕະກຳ, ພັດທະນາວິສາຫະກິດ; ນຳໜ້າໃນການເພີ່ມທະວີການເຊື່ອມຕໍ່ວັດທະນະທຳ, ສັງຄົມ, ຮັບປະກັນມະນຸດເປັນໃຈກາງໃນທຸກນະໂຍບາຍ, ຍຸດທະສາດພັດທະນາ.

 ເພື່ອນປະກອບສ່ວນໃຫ້ແກ່ວິວັດທະນາການນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ 2 ຂໍ້ລິເລີ່ມ, ລວມມີ: ສ້າງຕາໜ່າງນະວັດຕະກຳ ອາຊີ, ເສີມຂະຫຍາຍບົດບາດນຳພາຂອງ WEF ແລະ ຈີນ ໃນການເຊື່ອມຕໍ່ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ວິສາຫະກິດຢ່າງແຮງ. ພ້ອມດຽວກັນນັ້ນ, ກໍສ້າງຖານຂໍ້ມູນປະດິດຄິດສ້າງ ອາຊີ - ເຊິ່ງແມ່ນແຟຼດຟອມໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ນ້ອຍ, ວິສາຫະກິດ startup ປະດິດຄິດສ້າງແບບທາງໄກ ຢ່າງແທດຈິງ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ເລຂາທິການໃຫຍ່ສະຫະປະຊາຊາດ: ກົດບັດສະຫະປະຊາຊາດຕ້ອງໄດ້ເຄົາລົບ

ເລຂາທິການໃຫຍ່ສະຫະປະຊາຊາດ: ກົດບັດສະຫະປະຊາຊາດຕ້ອງໄດ້ເຄົາລົບ

ຕາມທ່ານເລຂາທິການໃຫຍ່ Antonio Guterres ແລ້ວ, ກົດບັດສະຫະປະຊາຊາດແມ່ນຖະແຫຼງການກ່ຽວກັບຄວາມຫວັງ ແລະ ເປັນພື້ນຖານຂອງການຮ່ວມມືສາກົນເພື່ອໂລກທີ່ດີງາມກວ່າ.

Top