• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກວດ​ກາ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ການກໍ່ສ້າງທ່າອາກາດສະຍານສາກົນ ຝູກວັກ ຕ້ອງໄປຕາມທິດ ຫັນສະໜາມບິນເປັນສີຂຽວ, ເປັນດີຈີຕອນ ແລະ ມີປະສິດທິຜົນທີ່ສຸດ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນເຊົ້າວັນທີ 28 ມັງກອນ, ຢູ່ແຂວງ ອານຢາງ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ລົງກວດກາ, ເລັ່ງຊຸກຍູ້ການຜັນຂະຫຍາຍບັນດາໂຄງການ, ກິດຈະກຳຮັບໃຊ້ກອງປະຊຸມເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2027 ທີ່ຈະດຳເນີນຢູ່ເຂດພິເສດ ຝູກວັກ.

ໃນການລົງກວດກາ, ເລັ່ງຊຸກຍູ້ ແລະ ມອບຂອງຂວັນໃຫ້ແກ່ບັນດາກຳລັງທີ່ພວມກໍ່ສ້າງທ່າອາກາດສະຍານສາກົນ ຝູກວັກ, ທ່ານນາຍົກລັດຖະມົນຕີ ສະເໜີ ຫົວໜ່ວຍຮັບເໝົາ ລະດົມກຳລັງ, ວັດຖຸອຸປະກອນ, ເຄື່ອງຈັກ ແລະ ລະດົມບັນດາຜູ້ຮັບເໝົາສຳຮອງຕື່ມອີກ ເພື່ອປະຕິບັດການກໍ່ສ້າງໃນຕະຫຼອດໄລຍະວັນບຸນ, ບຸນເຕັດ, ຍາດແຍ່ງເຮັດໃນລະດູແລ້ງ, ຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍກໍ່ສ້າງໂຄງການ, ແຕ່ຕ້ອງຮັບປະກັນດ້ານເຕັກນິກ, ວິຈິດສິນ, ຄຸນນະພາບ, ຄວາມປອດໄພ, ສິ່ງແວດລ້ອມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ ການກໍ່ສ້າງທ່າອາກາດສະຍານສາກົນ ຝູກວັກ ຕ້ອງໄປຕາມທິດ ຫັນສະໜາມບິນເປັນສີຂຽວ, ເປັນດີຈີຕອນ ແລະ ມີປະສິດທິຜົນທີ່ສຸດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ 2 ໂຄງການເຂດຕົວເມືອງປະສົມ - ບ້າຍເດິດດໍ ແລະ ເຂດຕົວເມືອງປະສົມການທ່ອງທ່ຽວຊີວະພາບ ພູ ອົງກວັນ.

 

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ຕອນບ່າຍວັນທີ 28 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຄະນະກຳມະການແຫ່ງຊາດ APEC 2027. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຊີ້ິ້ແຈ້ງວ່າ ສັບປະດາຂັ້ນສູງ APEC 2027 ຢູ່ ຝູກວັກ ແມ່ນເຫດການການຕ່າງປະເທດຂັ້ນສູງ, ມີຄວາມໝາຍພິເສດ, ແມ່ນໂອກາດຫາຍາກເພື່ອໂຄສະນາພາບພົດ ຫວຽດນາມ ເຊື່ອມໂຍງ, ປ່ຽນແປງໃໝ່, ເປັນມິດ ແລະ ຂະຫຍັນຂັນເຄື່ອນອອກສູ່ໂລກ. ທ່ານນາຍົກລັດຖະມົນຕີຖືວ່າ ຕ້ອງນຳໃຊ້ໂອກາດຈັດກອງປະຊຸມດັ່ງກ່າວຢ່າງສຸດຂີດ ເພື່ອໂຄສະນາພາບພົດປະເທດ ຫວຽດນາມ ໝັ້ນໃຈ, ເຂັ້ມແຂງດ້ວຍຕົນເອງ, ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ສີວິໄລ, ອະລິຍະທຳ ແລະ ຈິງໃຈ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ກາວ​ບັ່ງ​ ຄວນ​ຫັນ​ຄວາມ​ຫຍຸ້ງ​ຍາກໃຫ້​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ກາວ​ບັ່ງ​ ຄວນ​ຫັນ​ຄວາມ​ຫຍຸ້ງ​ຍາກໃຫ້​ກາຍ​ເປັນ​ກຳ​ລັງ​ໜູນ​ພັດ​ທະ​ນາ

ໃນການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາວບັ່ງ, ຕອນເຊົ້າວັນທີ 28 ມັງກອນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະບໍລິຫານງານອົງຄະນະພັກແຂວງ.

Top