ໃນສະພາບການສາກົນໃນປັດຈຸບັນ, ຍີ່ປຸ່ນ ມີຄວາມປາດຖະໜາວ່າ ຈະສວມບົດບາດໃຫຍ່ກວ່າເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງປະຊາຄົມສາກົນ.
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Sanae Takaichi (ພາບ: FRANCK ROBICHON/REUTERS)
ວັນທີ 16 ກຸມພາ, ກ່ອນຈຸດເວລາຕ້ອນຮັບບຸນປີໃໝ່ປີມະເມຍຂອງປະຊາຊົນບາງປະເທດ ອາຊີ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Sanae Takaichi ໄດ້ລົງຄຳອວຍພອນດ້ວຍພາສາ ຍີ່ປຸ່ນ, ພາສາຈີນ ແລະ ອັງກິດ ໃນເວັບໄຊຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
ໃນສານອວຍພອນ, ທ່ານນາຍົກລັດຖະມົນຕີ Takaichi ໃຫ້ຮູ້ວ່າ ໃນສະພາບການສາກົນໃນປັດຈຸບັນ, ຍີ່ປຸ່ນ ມີຄວາມປາດຖະໜາວ່າ ຈະສວມບົດບາດໃຫຍ່ກວ່າເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງປະຊາຄົມສາກົນ. ເນື່ອງໃນໂອກາດປີໃໝ່, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ໂລກຈະມີສັນຕິພາບ ແລະ ປີນີ້ ຈະແມ່ນປີທີ່ນັບມື້ນັບມີຫຼາຍຄົນມີຊີວິດທີ່ສະຫງົບສຸກ.
(ແຫຼ່ງຄັດຈາກ VOV)