ວັນທີ 22 ກຸມພາ, ເນື່ອງໃນໂອກາດເຂົ້າຮ່ວມການພົບປະລະຫວ່າງການນຳພັກສາມປະເທດ ຫວຽດນາມ - ກຳປູເຈຍ - ລາວ ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະເຮັດວຽກກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເພື່ອແນໃສ່ຊາບຊຶມບັນດາເນື້ອໃນທີ່ໄດ້ຕົກລົງກັນໃນບົດສະຫຼຸບຂອງກອງປະຊຸມພົບປະລະຫວ່າງການນຳສາມພັກ.
ການນຳສາມປະເທດ ຫວຽດນາມ - ກຳປູເຈຍ - ລາວ ປະຊຸມ (ພາບ: Dương Giang/TTXVN)
ທີ່ການພົບປະ, ນາຍົກລັດຖະມົນຕີສາມທ່ານຢັ້ງຢືນວ່າ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ການສົມທົບລະຫວ່າງສາມປະເທດໃນການຮັບປະກັນຄວາມສະຫງົບແຫ່ງຊາດ, ສ້າງສາ ແລະ ພັດທະນາປະເທດຊາ, ຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງໃນທຸກຊ່ອງທາງຢ່າງເປັນປະຈຳ, ເພີ່ມທະວີການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ; ຜັນຂະຫຍາຍບັນດາກົນໄກ ແລະ ຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ທັດສະນະ ແລະ ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ.
ການນຳບັນດາປະເທດເຫັນດີສືບຕໍ່ເພີ່ມທະວີການຮ່ວມມືທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສົມທົບກັນປົກປັກຮັກສາຄວາມປອດໄພຢູ່ເຂດຊາຍ ແດນ; ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຢ່າງແໜ້ນແຟ້ນ.
ນາຍົກລັດຖະມົນຕີສາມທ່ານເຫັນດີສືບຕໍ່ວາງອອກບັນດານະໂຍບາຍ, ມາດຕະການອຳນວຍຄວາມສະດວກ ແລະ ສົ່ງເສີມການຄ້າ, ການລົງທຶນຫຼາຍກວ່າອີກ; ເພີ່ມທະວີການເຊື່ອມຕໍ່ພື້ນຖານໂຄງລ່າງທາງຄົມມະນາຄົມ, ຮ່ວມສຳພັນເສດຖະກິດສາມປະເທດ. ບັນດາການນຳກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາຂອງພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
(ແຫຼ່ງຄັດຈາກ VOV)