• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ເຫຼົ່າທັບປ້ອງ​ກັນ​ອາ​ກາດ - ກອງ​ທັບ​ອາ​ກາດ ຕ້ອງ​ນຳ​ໜ້າ​ໃນ​ການ​ຫັນ​ກຳ​ລັງ​ເປັນ​ທັນ​ສະ​ໄໝ

ບັນດາໄຊຊະນະທີ່ພົ້ນເດັ່ນຂອງກົມກອງ, ນັກຮົບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດໃນປະຫວັດສາດ ໄດ້ຢັ້ງຢືນພຸມປັນຍາ ແລະ ຄຸນນະທາດ ຫວຽດນາມ, ສະແດງສິລະປະສູ້ຮົບທີ່ເປັນເອກະລັກ, ປະດິດຄິດສ້າງຂອງກຳລັງປ້ອງກັນອາກາດ - ກອງທັບອາກາດ, ປະກອບສ່ວນແຜ່ກະຈາຍມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມອບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ ໃຫ້ແກ່ເຫຼົ່າທັບປ້ອງກັນອາກາດ (ພາບ: VOV)

ຕອນເຊົ້າວັນທີ 21 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີມອບ-ຮັບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນ ແລະ ສະເຫຼີມສະຫຼອງ 62 ປີແຫ່ງວັນມູນເຊື້ອຂອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ (ວັນທີ 20 ຕຸລາ 1963 – 22 ຕຸລາ 2025).

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ບັນດາໄຊຊະນະທີ່ພົ້ນເດັ່ນຂອງກົມກອງ, ນັກຮົບເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດໃນປະຫວັດສາດ ໄດ້ຢັ້ງຢືນພຸມປັນຍາ ແລະ ຄຸນນະທາດ ຫວຽດນາມ, ສະແດງສິລະປະສູ້ຮົບທີ່ເປັນເອກະລັກ, ປະດິດຄິດສ້າງຂອງກຳລັງປ້ອງກັນອາກາດ - ກອງທັບອາກາດ, ປະກອບສ່ວນແຜ່ກະຈາຍມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນ ຫວຽດນາມ.  ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີວ່າ:

“ກຳແໜ້ນສະພາບການ, ເປັນເຈົ້າການຍຸດທະສາດ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນຢູ່ເທິງອາກາດ ແລະ ໃນທຸກແນວຮົບ. ທີສອງ, ເຫຼົ່າທັບຕ້ອງເປັນແບບຢ່າງ, ນຳໜ້າໃນຂົງເຂດວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ ແລະ ຫັນເປັນກຳລັງທັນສະໄໝ. ທີສາມ, ພັດທະນາກຳລັງບົນຈິດໃຈ “3 ບໍ່” ນັ້ນແມ່ນ: ບໍ່ໝິ່ນປະໝາດ, ລະເຫຼີງ, ຂາດສະຕິລະວັງຕົວ; ບໍ່ກະເຫຼີມຕົນ, ພໍໃຈກັບສິ່ງທີ່ພວມມີ, ພໍໃຈກັບຜົນງານທີ່ບັນລຸໄດ້; “ອອກເຄື່ອນທັບຕ້ອງຮັບໄຊຊະນະ”

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top