• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະກຽມລາຍຊື່ບັນດາປະເພດສິນຄ້າຄວນເຈລະຈາເພື່ອຫຼຸດອັດຕາພາສີລົງເປັນ 0%

ຕອນບ່າຍວັນທີ 5 ເມສານີ້, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບບັນດາກະຊວງ, ຂະແໜງການ ເພື່ອປຶກສາຫາລືບັນດາມາດຕະການແກ້ໄຂໃນສະເພາະໜ້າ ແລະ ຍາວນານ ພາຍຫຼັງທີ່ ອາເມລິກາ ປະກາດຈັດວາງອັດຕາພາສີສົມທົບສຳລັບສິນຄ້າສົ່ງອອກຂອງຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ການປະຊຸມ

ການປະຊຸມໄດ້ມີຂຶ້ນພາຍຫຼັງທີ່ທ່ານ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໂຕເລີມ ໄດ້ໂອ້ລົມທາງ ໂທລະສັບກັບປະທານາທິບໍດີ ອາເມລິກາເມື່ອວັນທີ 4 ເມສາ, ໃນນັ້ນ ໄດ້ສົ່ງສານ ພ້ອມແລ້ວຈະແລກປ່ຽນກັບ ອາເມລິກາເພື່ອ ນຳອັດຕາພາສີນຳເຂົ້າ ລົງເປັນ 0% ສຳລັບສິນຄ້ານຳເຂົ້າຈາກ ອາເມລິກາ; ພ້ອມກັນນັ້ນ, ສະເໜີໃຫ້ອາເມລິກາປະຕິບັດອັດຕາພາສີຄ້າຍຄືກັນສຳລັບສິນຄ້ານຳເຂົ້າຈາກຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການນຳພັກ, ລັດ ຫວຽດນາມ ຕ້ອນຮັບ ແລະ ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນ ເອທີໂອປີ Abiy Ahmed Ali

ການນຳພັກ, ລັດ ຫວຽດນາມ ຕ້ອນຮັບ ແລະ ດຳເນີນການພົບປະເຈລະຈາກັບທ່ານນາຍົກລັດຖະມົນ ເອທີໂອປີ Abiy Ahmed Ali

ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນ, ພົບປະ, ບຳລຸງສ້າງ, ແບ່ງປັນບົດຮຽນຂອງ 2 ພັກ ເພື່ອແນໃສ່ຊຸກຍູ້ນ້ຳໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນ 2 ປະເທດ.

Top