• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີສົ່ງຈົດໝາຍອວຍພອນພໍ່ແມ່ຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງວັດທະນະທຳທີ່ເປັນເອກະລັກສະເພາະ, ຄວາມໝາຍສຳຄັນພິເສດຂອງບຸນປີໃໝ່ Chol Chnam Thmay ແລະ ຂໍອວຍພອນໃຫ້ທຸກຄົນຈົ່ງມີໂຊກມີໄຊ
  ບຸນປີໃໝ່ Chol Chnam Thmay ປີ 2023 ຂອງພໍ່ແມ່ຊາວເຜົ່າ ຂະແມ (ພາບ: qdnd.vn)  

ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ປີ 2023 ຂອງພໍ່ແມ່ຊາວເຜົ່າ ຂະແມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ ໄດ້ສົ່ງຈົດໝາຍອວຍພອນພໍ່ແມ່ຊາວເຜົ່າ ຂະແມ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງວັດທະນະທຳທີ່ເປັນເອກະລັກສະເພາະ, ຄວາມໝາຍສຳຄັນພິເສດຂອງບຸນປີໃໝ່ Chol Chnam Thmay ແລະ ຂໍອວຍພອນໃຫ້ທຸກຄົນຈົ່ງມີໂຊກມີໄຊ, ສຸດຂະພາບແຂງແຮງ, ລະດູການເກັບກ່ຽວໄດ້ຮັບຜົນດີ, ຄອບຄົວອິ່ມໜຳສຳລານ, ສົມບູນພູນສຸກ.

ປີ 2023, ເປັນປີທີ 2 ທີ່ປະຕິບັດ 2 ໂຄງການເປົ້າໝາຍແຫ່ງຊາດໃນການພັດທະນາເສດຖະກິດ-ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ປີທຳອິດຜັນຂະຫຍາຍໂຄງການກະທຳປະຕິບັດຍຸດທະສາດວຽກງານຊົນເຜົ່າ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ພໍ່ແມ່ຊາວເຜົ່າ ຂະແມ ຈະສືບຕໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ມີສະຕິສາມັກຄີ ເພື່ອພ້ອມກັບທຸກຂັ້ນ, ທຸກຂະແໜງການຜ່ານຜ່າຄວາມຫຍຸ້ງຍາກ ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມຢ່າງມີໄຊ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top