• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ ຕ້ອ​ນ​ຮັບ​ບຸນປີ​ໃໝ໋​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ຕອນ​ຄ່ຳ​ວັນ​ທີ 13 ເມ​ສາ, ນະ​ຄອ​ນ​ໂຮ່​ຈີ​ມິນ ໄດ້​ຈັດ​ລາຍ​ການ​ພົບ​ປະ​ກັບ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ທີ່​ນີ້ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ (ລາວ) ແລະ ບຸນ Chol Chnam Thmey ກຳ​ປູ​ເຈຍ​ປີ 2026.
  ການ​ນຳ​ນະ​ຄອນ​ໂຮ່​ຈີ​ມິນ​ຖ່າຍ​ຮູບ​ກັບ​ນັກ​ສຶກ​ສາ​ບັນ​ດາ​ປະ​ເທດ (ພາບ: TTXVN)  
ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ແມັ້ງ​ຮຸ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ ​ໄດ້​ອວຍ​ພອນ​ໃຫ້ ​ນັກ​ສຶກ​ສາ​ລາວ, ກຳ​ປູ​ເຈຍ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ນະ​ຄອນ​ປີ​ໃໝ່​ຈົ່ງ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ທ່ານ​ປາດ​ຖະ​ໜາວ່ານັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ສຳ​ຄັນ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ, ການ​ຮ່ວມ​ມື​ລະ​ຫວ່າງ​ຊາວ​ໜຸ່ມ​ສາມ​ປະ​ເທດ, ຜ່ານ​ນັ້ນ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

(ແຫ່ງຄັດຈາກ VOV)

ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ, ຍົກ​ສູງ​ກາ​ນ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ, ຍົກ​ສູງ​ກາ​ນ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

“ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ, ຍົກ​ສູງ​ກາ​ນ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່”. ແມ່ນ​ຫົວ​ຂໍ້​ບົດ​ຂຽນ​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ເຊິ່ງ​ລົງ​ໃນ​ໜັງ​ສື​ພິມ​ ​ປະ​ຊາ​ຊົນລາຍ​ວັນ ຂອງ ຈີນ, ກ່ອນ​ການ​ຢ້ຽມ​ຢ​າ​ມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານສີ​ຈີ້ນ​ຜິງ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ.

Top