• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ເລີ່ມ​ລົງ​ມື​ກໍ່​ສ້າງ 8 ກິດ​ຈະກຳ, ໂຄງ​ການ​ຈຸດ​ສຸມ

ຕອນ​ເຊົ້າ​ວັນ​ທີ 1 ກໍ​ລະ​ກົດ, ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ 8 ກິດ​ຈະ​ກຳ, ໂຄງ​ການ​ຈຸດ​ສຸມ ແນ​ໃສ່​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ນະ​ຄອນ ໄຊ​ງ່ອນ - ຢາ​ດິ້ງ ໃສ່​ຊື່​ປະ​ທານ ໂຮ່​ຈີ​ມິນ (2/7/1976 – 2/7/2026).
  ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​​ຈຸດ​ສຸມຂອງ​ນະ​ຄອນ ໂຮ່​ຈີ​ມິນ (ພາບ: VNA)  

ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ​ຖືກ​ຈັດ​ຂຶ້ນ​ຢູ່ ທ່າ​ກ່ຳ​ປັ່ນ ຍ່າ​ຣົ່ງ - ແຄັງ​ໂຮ້ຍ, ບ່ອນ​ທີ່​ຕິດ​ພັນ​ກັບ​ຂີດ​ໝາຍ​ປະ​ຫວັດ​ສາດ​ວັນ​ທີ 05 ມິ​ຖຸ​ນາ 1911, ປະ​ທານ ໂຮ່​ຈີ​ມິນ ອອກ​ເດີນ​ທາງ​ໄປ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ. 8 ກິດ​ຈະ​ກຳ, ໂຄງ​ການ ທີ່​ໄດ້​ເລີ່ມ​ລົງ​ມື​ກໍ່​ສ້າງ​ໃນ​ຄັ້ງ​ນີ້ ລວມ​ມູນ​ຄ່າ​ທັງ​ໝົດ​ກວ່າ 253.000 ຕື້ດົ່ງ​ (ປະ​ມານ 9,6 ຕື້ USD), ໃນ​ນັ້ນ ສ່ວນ​ໃຫຍ່​ແມ່ນ​ໄດ້​ລະ​ດົມ​ທຶນ​ຕາມ​ຮູບ​ແບບ​ຄູ່​ຮ່ວມ​ມື​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ (PPP) ແລະ ແຫຼ່ງ​ກຳ​ລັງ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ. ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຮ​ວ່າງງວຽນ​ຢິງ, ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ, ເນັ້ນ​ໜັກ​ວ່າ:

“ນະ​ຄອນ ໂຮ່​ຈີ​ມິນ ສະ​ເໜີ​ໃຫ້​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ ແລະ ທ້ອງ​ຖິ່ນ ຍົກ​ສູງ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ​ສູງ​ສຸດ, ບໍ່​ປະ​ໃຫ້​ເກີດ​ສະ​ພາ​ວະບ່າຍ​ບ່ຽງ, ຫຼີກ​ລ້ຽງ, ຊັກ​ຊ້າ ໃນ​ການ​ແກ້​ໄຂ​ລະ​ບຽບ​ການ​ບໍ​ລິ​ຫານ​ຢ່າງ​ເດັດ​ຂາດ. ເຈົ້າ​ຂອງ​ການ​ລົງ​ທຶນ, ບໍ​ລິ​ສັດ​ໃຫ້​ຄຳ​ປຶ​ກາ​ສາ ແລະ ຜູ້​ຮັບ​ເໝົາ​ກໍ່​ສ້າງ ຕ້ອງ​ສຸມ​ທຸກ​ແຫຼ່ງ​ກຳ​ລັງ​ ແລະ ເຄື່ອງ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ, ຈັດ​ຕັ້ງ​ການ​ກໍ່​ສ້າງ​ຢ່າງ​ມີ​ວິ​ທະ​ຍາ​ສາດ, ຮັບ​ປະ​ກັນ​ຄວາມ​ຄືບ​ໜ້າ, ຄຸນ​ນະ​ພາບ ແລະ ຄວາມ​ປອດ​ໄພ”.

(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຜັນ​ຂະ​ຫຍາຍ​ການກວດ​ສຸ​ຂະ​ພາບ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ

ຮ່າ​ໂນ້ຍ ຜັນ​ຂະ​ຫຍາຍ​ການກວດ​ສຸ​ຂະ​ພາບ​ໂດຍ​ບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ

ໃນ​ລະ​ຫວ່າງວັນ​ທີ 1 – 2 ກໍ​ລະ​ກົດ, ໂຄງ​ການກວດ​ສຸ​ຂະ​ພາບ​ປະ​ຈຳ​ໄລ​ຍະ​ ແລະ ກັ່ນ​ຕອງ​ພະ​ຍາດ​ໂດຍ​ບໍ່​ເກັບ​ຄ່າ ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່ 49 ຕາ​ແສງ​ທຳ​ອິດ​ຂອງງ​ຮ່າ​ໂນ້ຍ, ຫຼັງ​ຈາກ​ນັ້ນ ຈະ​ໄດ້​ຜັນ​ຂະ​ຫຍາຍ​ໃນ​ທົ່ວ​ນະ​ຄອນ.

Top