ຕອນເຊົ້າວັນທີ 1 ກໍລະກົດ, ນະຄອນ ໂຮ່ຈີມິນ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງ 8 ກິດຈະກຳ, ໂຄງການຈຸດສຸມ ແນໃສ່ສະເຫຼີມສະຫຼອງ 50 ປີ ແຫ່ງວັນນະຄອນ ໄຊງ່ອນ - ຢາດິ້ງ ໃສ່ຊື່ປະທານ ໂຮ່ຈີມິນ (2/7/1976 – 2/7/2026).
ພິທີເລີ່ມລົງມືກໍ່ສ້າງບັນດາກິດຈະກຳຈຸດສຸມຂອງນະຄອນ ໂຮ່ຈີມິນ (ພາບ: VNA)
ພິທີເລີ່ມລົງມືກໍ່ສ້າງຖືກຈັດຂຶ້ນຢູ່ ທ່າກ່ຳປັ່ນ ຍ່າຣົ່ງ - ແຄັງໂຮ້ຍ, ບ່ອນທີ່ຕິດພັນກັບຂີດໝາຍປະຫວັດສາດວັນທີ 05 ມິຖຸນາ 1911, ປະທານ ໂຮ່ຈີມິນ ອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ. 8 ກິດຈະກຳ, ໂຄງການ ທີ່ໄດ້ເລີ່ມລົງມືກໍ່ສ້າງໃນຄັ້ງນີ້ ລວມມູນຄ່າທັງໝົດກວ່າ 253.000 ຕື້ດົ່ງ (ປະມານ 9,6 ຕື້ USD), ໃນນັ້ນ ສ່ວນໃຫຍ່ແມ່ນໄດ້ລະດົມທຶນຕາມຮູບແບບຄູ່ຮ່ວມມືພາກລັດ ແລະ ພາກເອກະຊົນ (PPP) ແລະ ແຫຼ່ງກຳລັງວິສາຫະກິດເອກະຊົນ. ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ ຮວ່າງງວຽນຢິງ, ຮອງປະທານ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າ:
“ນະຄອນ ໂຮ່ຈີມິນ ສະເໜີໃຫ້ບັນດາອົງການ, ຫົວໜ່ວຍ ແລະ ທ້ອງຖິ່ນ ຍົກສູງຈິດໃຈຄວາມຮັບຜິດຊອບດ້ານການເມືອງສູງສຸດ, ບໍ່ປະໃຫ້ເກີດສະພາວະບ່າຍບ່ຽງ, ຫຼີກລ້ຽງ, ຊັກຊ້າ ໃນການແກ້ໄຂລະບຽບການບໍລິຫານຢ່າງເດັດຂາດ. ເຈົ້າຂອງການລົງທຶນ, ບໍລິສັດໃຫ້ຄຳປຶກາສາ ແລະ ຜູ້ຮັບເໝົາກໍ່ສ້າງ ຕ້ອງສຸມທຸກແຫຼ່ງກຳລັງ ແລະ ເຄື່ອງອຸປະກອນທີ່ທັນສະໄໝ, ຈັດຕັ້ງການກໍ່ສ້າງຢ່າງມີວິທະຍາສາດ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ ແລະ ຄວາມປອດໄພ”.