• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ້ອງຟ້າ ຮ່າໂນ້ຍ ສະຫວ່າງສະໄຫວ ໃນຄ່ຳຄືນ ວັນຊາດ

ຄ່ຳຄືນ ວັນທີ 2 ກັນຍາ 2026, ນະຄອນຫຼວງ ຮ່າໂນ້ຍ ມີຄວາມສວຍງາມຕື່ນຕາຕື່ນໃຈ ດ້ວຍການສະແດງ ຍິງບັ້ງໄຟດອກຢ່າງຄຶກຄື້ນ ເພື່ອສະຫຼອງວັນຊາດ ຄົບຮອບ 81 ປີ ຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ເມື່ອ ຍາມຄ່ຳຄືນ ມາເຖິງ, ປະຊາຊົນ ແລະ ນັກທ່ອງທ່ຽວ ເປັນຈຳນວນຫຼາຍ ໄດ້ ໂຮມຊຸມນຸມ ຢູ່ ບັນດາ ເຂດ ໃຈກາງ ນະຄອນ, ຕື່ນເຕັ້ນ ຄອງຄອຍ ສາກການສະແດງ ຍິງບັ້ງໄຟດອກພິເສດ ສະເຫຼີມສະຫຼອງ ວັນບຸນໃຫຍ່ ຂອງ ຊາດ. ກົງກັບເວລາ ບັ້ງໄຟດອກຖືກຍິງຂຶ້ນ, ທ້ອງຟ້າ ຮ່າໂນ້ຍ ກາຍເປັນສະຫວ່າງສະໄຫວ ສ້າງເປັນ ບັນຍາກາດ ລະຍິບລະຍັບ ຢູ່ ເທິງ ທ້ອງຟ້າ ຍາມຄ່ຳຄືນ.

ປະຊາຊົນຫຼາຍພັນຄົນໄດ້ແຫງນໜ້າຂຶ້ນເບິ່ງທ້ອງຟ້າ ພ້ອມທັງ ບັນທຶກຊ່ວງເວລາທີ່ໜ້າປະທັບໃຈໄວ້ດ້ວຍໂທລະສັບ ແລະ ກ້ອງຖ່າຍຮູບ, ໃນຂະນະທີ່ຫຼາຍຄອບຄົວໄດ້ພາລູກຫຼານນ້ອຍ ອອກມາຮ່ວມບັນຍາກາດແຫ່ງການສະຫຼອງ. ສຽງໂຮ່ຮ້ອງ ແລະ ສຽງຕົບມື ປະສານກັບພາບທຸງຊາດສີແດງທີ່ປະດັບປະດາ ຢູ່ຕາມ ທ້ອງຖະໜົນຢ່າງຫຼວງຫຼາຍ, ສ້າງໃຫ້ເກີດບັນຍາກາດທີ່ຄຶກຄື້ນ ແລະ ເຕັມໄປດ້ວຍຄວາມພາກພູມໃຈໃນນະຄອນຫຼວງ ຮ່າໂນ້ຍ ເນື່ອງໃນໂອກາດວັນຊາດ.

ຕັ້ງແຕ່ບັນດາ ຖະໜົນໃຈກາງ ຮອດ ບັນດາ ເຂດ ຈັດຕັ້ງສາກ ການຍິງບັ້ງໄຟດອກ, ບັນຍາກາດສະເຫຼີມສະຫຼອງວັນບຸນ ໄດ້ ແຜ່ລາມ ຢ່າງກວ້າງຂວາງ. ສາກການຍິງບັ້ງໄຟດອກ ບໍ່ພຽງແຕ່ ແມ່ນ ຈຸດເດັ່ນ ຂອງ ຄ່ຳຄືນ ວັນຊາດ ເທົ່ານັ້ນ ແຕ່ຍັງ ນຳມາໃຫ້ ຊ່ວງເວລາ ເຕົ້າໂຮມກັນ, ແບ່ງປັນ ແລະ ຄວາມພາກພູມໃຈ ຂອງ ປະຊາຊົນ ເມືອງຫຼວງ. ໃນແສງສະຫວ່າງ ຢູ່ ເທິງ ທ້ອງຟ້າ, ຮ່າໂນ້ຍ ໄດ້ ອັດລົງ ວັນທີ 2 ກັນຍາ ດ້ວຍ ບັນດາ ຮູບພາບ ທີ່ເຕັມໄປດ້ວຍ ອາລົມຈິດ, ບັນທຶກ ວັນບຸນໃຫຍ່ ຂອງ ປະເທດຊາດ.

ປະຕິບັດໂດຍ: ກົງດາດ, ຢ້ຽວຖາວ, ຫງອກເຈິມ/VNP

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ນ້ຳຕົກຕາດ ບ້ານຢົກ ມຸ່ງໄປສູ່ການທ່ອງທ່ຽວແບບຍືນຍົງ

ດ້ວຍທິວທັດທໍາມະຊາດງົດງາມໃຫຍ່ໂຕມະໂຫຖານ ທີ່ເປັນເອກະລັກ ຢູ່ເຂດຊາຍແດນ ພາກຕາເວັນອອກສ່ຽງເໜືອ ຂອງ ຫວຽດນາມ, ນ້ຳຕົກຕາດ ບ້ານຢົກ ຢູ່ ແຂວງ ກາວບັ່ງ ກຳລັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ນັບມື້ນັບເພີ່ມຂຶ້ນ. ທາງທ້ອງຖິ່ນກຳລັງເພີ່ມທະວີ ການປັບປຸງພື້ນຖານໂຄງລ່າງ, ຫັນເປັນຫຼາກຫຼາຍ ຜະລິດຕະພັນການທ່ອງທ່ຽວ ແລະ ຍົກສູງຄຸນນະພາບການບໍລິການ, ດ້ວຍຄວາມມຸ່ງຫວັງທີ່ຈະເຮັດໃຫ້ນ້ຳຕົກຕາດແຫ່ງນີ້ ກາຍເປັນຈຸດໝາຍປາຍທາງທີ່ດຶງດູດໃຈ, ເປັນມິດ ແລະ ຍືນຍົງ.

Top