
ທ່ານ Gareth Ward, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍາ ນາດເຕັມແຫ່ງລາຊະອານາຈັກ ອັງກິດ. ພາບ: ແທງຢາງ.

ທ່ານGareth Ward ແລກປ່ຽນຄວາມຄິດເຫັນກັບການນໍາ ກະຊວງ ສຶກສາທິການ ຫວຽດນາມ ກ່ຽວກັບໂອກາດຮ່ວມມື ລະຫວ່າງ ອັງກິດ ແລະ ຫວຽດນາມ. ພາບ: ເອກະສານ

ທ່ານ Gareth Ward ກ່າວປາໄສໃນງານສໍາມະນາ “ສິ່ງທະທາຍ ແລະ ທ່າແຮງບົ່ມຊ້ອມ ຄວາມຮ່ວມມືດ້ານການສຶກສາຂັ້ນ ມະ ຫາ ວິທະຍາໄລ ຫວຽດນາມ ແລະ ລາຊະອານາຈັກ ອັງກິດ” ເຊິ່ງ ໄດ້ ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 12 ມີນາ 2019. ພາບ: ເອກະສານ

ທ່ານ Gareth Ward ກ່າວປາໄສໃນງານສຳມະນາ “ພັດທະນາ ພະລັງງານຜະລິດຄືນໃໝ່ ເພື່ອຫຼຸດຜ່ອນທາດ ກາກບອນ ຢູ່ ຫວຽດນາມ”.
ພາບ: ເຈິ່ນແທງຢາງ/VNP |
ນາງ ໂດ໋ທິເຟືອງຖາວ, ນັກສຶກສາ ຂອງ ສະຖາບັນການຕ່າງ ປະ ເທດ ຮ່າໂນ້ຍ, ຜູ້ທ່ີຊະນະການປະກວດ ແລະ ໄດ້ຮັບກຽດ ຮ່ວມ ງານກັບທ່ານ Gareth Ward ໃນຫຼາຍເຫດການ. ນາງ ໂດ໋ທິ ເຟືອງຖາວ ໃຫ້ຮູ້ວ່າ ການທ່ີໄດ້ເຮັດວຽກກັບທ່ານ Gareth Ward ໃນບັນດາເວທີການສໍາມະນາ, ເວທີການສຶກສາ ວັດທະນະທຳສາ ກົນ ເຮັດໃຫ້ນ້ອງ ໄດ້ຮັບຄວາມຮູ້ທ່ີມີປະໂຫຍດ. ທ່ານ Gareth Ward ໄດ້ໃຫ້ນ້ອງໂອກາດ ເວົ້າພາສາ ອັງກິດ ຢູ່ຕໍ່ໜ້າ ຝຸງຊົນ, ທົດລອງການເຮັດວຽກໃນຖານະເອກອັກຄະລັດຖະທູດ.
ເປັນຜູ້ຊຸກຍູ້ຢ່າງແຂງແຮງການພົວພັນໃນຂົງເຂດການສຶກສາລະ ຫວ່າງ ອັງກິດ-ຫວຽດນາມ, ທ່ານ Gareth Ward ໄດ້ຊ່ວຍ ກະ ຊວງສຶກ ໄດ້ມີໂອກາດ ຮ່ວມມືກັບ ລາຊະອານາຈັກ ອັງກິດ ໃນ ຫຼາຍຂົງເຂດຄື ໃຫ້ທຶນການສຶກສາ Chevening. ປັດຈຸບັນ, ຫວຽດນາມ ນອນໃນກຸ່ມ 10 ປະເທດ ທີ່ມີ ຈຳນວນນັກສຶກສາໄດ້ ຮັບທຶນການສຶກສາ Chevening ຫຼາຍ ກວ່າໝູ່.
ປັດຈຸບັນ, ຫວຽດນາມ ມີນັກສຶກສາ ປະມານ 12.000 ຄົນ, ຢູ່ອັນ ດັບ 3 ໃນຈຳນວນປະເທດ ທີ່ມີນັກສຶກ ກຳລັງສຶກສາຢູ່ອັງກິດ. ທ່ານ Gareth Ward ຍັງເປັນ ຜູ້ສຳຄັນຄົນໜຶ່ງ ໃນການຂົນ ຂວາຍສ້າງ ເຄືອຂ່າຍ ບັນດາມະຫາ ວິທະຍາໄລຂອງ ລາຊະອາ ນາຈັກ ອັງກິດ ທີ່ມີການຮ່ວມມືກັບ ຫວຽດນາມ. ເຄືອຂ່າຍດັ່ງ ກ່າວ ມີມະຫາວິທະຍາໄລ 30 ແຫ່ງ ໄດ້ມີແຜນການຮ່ວມມື ໃນ ການກໍ່ສ້າງ ນັກສຶກສາ ຢ່າງມີປະສິດທິພາບ.
ຊຸກຍູ້ການຮ່ວມມືການກໍ່ສ້າງດ້ານສາທາລະນະສຸກ ສສ ຫວຽດນາມ-ລາຊະອານາຈັກ ອັງກິດ
ດໍາລົງຊີວິດ ແລະ ເຮັດວຽກຢູ່ ຮ່າໂນ້ຍ ຄືພົນລະເມືອງຄົນໜຶ່ງ ຂອງ ຫວຽດນາມ, ທ່ານ Gareth Ward ໄດ້ເຫັນກັບຕາຫຼາຍ ບັນຫາ ທີ່ ຫວຽດນາມ ຕ້ອງປະເຊີນໜ້າຄື: ສະພາບສິ່ງແວດ ລ້ອມ ເປັນພິດ, ຈຳນວນພົນລະເມືອງເພີ່ມຂຶ້ນ, ໂລກລະບາດ, ອຸບັດເຫດ ທາງຄົມມະນາຄົມ ແລະ ອື່ນໆ. ທ່ານ Gareth Ward ກໍ່ໍຊອກຫາວິທີຊ່ວຍເຫຼືອ ຫວຽດນາມ ໃນການກໍ່ສ້າງ ພະນັກງານ ແລະ ທ່ານໝໍ ໃນຂົງເຂດສາທາລະນະສຸກ.
ຕາມທ່ານ Gareth Ward ແລ້ວ, ເພິ່ນຢາກນຳຄວາມຮູ້ ແລະ ຜົນສຳເລັດໃນດ້ານການສຶກສາໃນຂະແໜງການແພດຂອງ ອັງ ກິດ ມາຮ່ວມມືກັບ ຫວຽດນາມ. ຕາມບໍລິສັດສຳຫຼວດ ການຕະ ຫຼາດສາກົນ, ລາຍຈ່າຍດ້ານ ສາທາລະນະສຸກ ຂອງ ຫວຽດນາມ ອາດຈະເພີ່ມຂຶ້ນ 22,7 ລ້ານ ໂດລາສະຫະລັດ ເມື່ອປີ 2021. ການພັດທະນາດ້ານ ເສດຖະກິດ ແລະ ການປ່ຽນແປງ ອົງປະ ກອບພົນລະເມືອງຂອງ ຫວຽດນາມ ໄດ້ຊຸກຍູ້ຄວາມ ຕ້ອງການ ນຳໃຊ້ບໍລິການ ສາທາລະນະສຸກ ເພີ່ມສູງຂຶ້ນຢູ່ ຫວຽດນາມ.
ປະຈຸບັນ, ອັງກິດ ເປັນປະເທດມີຄຸນນະພາບ ການສ້າງສາທາລະ ນະສຸກ ທີ່ມີຊື່ສຽງ ດ້ວຍມະຫາວິທະຍາໄລ ແຖວ ໜ້າຂອງໂລກ ຫຼາຍແຫ່ງ. ດ້ວຍບົດບາດເປັນຜູ້ນຳໜ້າໃນ ຂົງເຂດສາ ທາລະນະ ສຸກ, ເດືອນ ມີນາ 2019, ໂຮງຮຽນຈັດຕັ້ງການສຶກ ສາ ແລະ ບຳ ລຸງສ້າງດ້ານສາທາລະນະສຸກ 9 ແຫ່ງ ຂອງ ອັງກິດໄດ້ມາ ຫວຽດ ນາມ ເພື່ອແບ່ງປັນບົດຮຽນໃນການກໍ່ສ້າງດ້ານສາທາ ລະນະສຸກ ແລະ ຮ່າງທິດທາງຮ່ວມມືໃໝ່ ກັບ ຫວຽດນາມ. ທ່ານ Gareth Ward ພ້ອມກັບຄູ່ຮ່ວມມືດ້ານ ສາທາລະນະສຸກ ຈຳນວນໜຶ່ງ ຂອງ ອັງກິດ ໄດ້ມາແບ່ງ ປັນໂອກາດ ຮ່ວມມືໃນການປິ່ນ ປົວ ພະຍາດມະເຮັງ ກັບໂຮງໝໍ K ເພື່ອຊ່ວຍເຫຼືອຄົນເຈັບ ຫວຽດ ນາມ ອາດສາມາດ ໄດ້ນຳໃຊ້ຫຼາຍ ວິທີ ໃນການປິ່ນປົວພະຍາດ ມະເຮັງ ແບບໃໝ່ຂອງ ໂລກ.

ໃນການແບ່ງປັນຜົນສຳເລັດຂັ້ນຕົ້ນຂອງເຄືອຂ່າຍການສຶກສາຂັ້ນ
ມະຫາວິທະຍາໄລ ອັງກິດ-ຫວຽດນາມ, ທ່ານ Gareth Ward ໄດ້ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ ທີ່ມີການ ເຄື່ອນໄຫວດີເດັ່ນ. ພາບ: ເອກະສານ

ທີ່ງານສຳມະນາກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ບຳ ລຸງສ້າງ ດ້ານການແພດ ລະຫວ່າງ ຫວຽດນາມ ແລະ ອັງກິດ, ທ່ານ Gareth Ward ສະແດງຄວາມ ມຸ່ງ ຫວັງ ອັງກິດ ຈະມີໂອ ກາດຊ່ວຍເຫຼືອ ຫວຽດນາມ ໃນຂົງເຂດດັ່ງກ່າວ. ພາບ: ເຈິ່ນແທງຢາງ/VNP

ທ່ານ Gareth Ward ເປັນຜູ້ມີຄວາມໃກ້ຊິດກັບສື່ມວນຊົນ, ພິ ເສດແມ່ນການແບ່ງປັນຄວາມຄິດເຫັນ ຂອງ ຕົນ ທ່ີມີຕໍ່ ຫວຽດ ນາມ ໃນວາລະດຳລົງຕໍາແໜ່ງ ຂອງ ຕົນ. ພາບ: ເຈິ່ນແທງຢາງ/VNP

ທ່ານ Gareth Ward ກ່າວປາໄສໃນງານສໍາມະນາ “ພັດທະນາ ພະລັງງານຜະລິດຄືນໃໝ່ ເພື່ອຫຼຸດຜ່ອນທາດ ກາກບອນ ຢູ່ ຫວຽດນາມ”.
ພາບ: ເຈິ່ນແທງຢາງ/VNP |
ທ່ານ ຫງວຽນເຈື່ອງເຊີນ, ຮອງລັດຖະມົນຕີກະຊວງ ສາທາລະນະ ສຸກໃຫ້ຮູ້ວ່າ ເພິ່ນຕີລາຄາສູງຄວາມຈິງໃຈຂອງທ່ານ Gareth Ward ໃນການຊຸກຍູ້ສາຍພົວພັນກໍ່ສ້າງພະນັກງານ ໃຫ້ແກ່ຂະ ແໜງສາທາລະນະສຸກ ຫວຽດນາມ ກັບ ລາຊະອານາຈັກ ອັງກິດ ເພື່ອຍົກສູງຄຸນນະພາບໃນການດູແລ ສຸຂະພາບ ໃຫ້ແກ່ປະຊາ ຊົນ. ການກໍ່ສ້າງພະນັກງານໃນຂົງເຂດດັ່ງກ່າວ ຈະຊ່ວຍ ຫວຽດ ນາມ ປະກອບເພີ່ມເຕີມແຫຼ່ງຊັບພະຍາກອນທີ່ມີຄຸນນະພາບ ສູງ ໃຫ້ແກ່ ວຽກງານກວດກາ ແລະ ປິ່ນປົວ ພະຍາດ, ກໍ່ຄືການພັດ ທະນາການບໍລິການດ້ານ ສາທາລະນະສຸກ.
ເມື່ອຂະໜາມແຂ່ງລົດສູດ F1 ຢູ່ ຫວຽດນາມ ເລີ່ມກໍ່ສ້າງ, ທ່ານ Gareth Ward ໄດ້ທໍາການຢ້ຽມຢາມໂຄງການນີ້. ການ ແຂ່ງຂັນ ລົດສູດ F1 ມີຄວາມສະໜິດຕິດພັນກັບ ອັງກິດ ຍ້ອນເກືອບ70% ທີມ ແຂ່ງລົດສູດ F1 ແມ່ນມາ ຈາກປະເທດອັງກິດ.
ທ່ານ Gareth Ward ຮຽນຈົບຂະແໜງວິຊາວິທະຍາສາດສັງຄົມທີ່ມະຫາວິທະຍາໄລ Cambrige ແລະ ມະຫາວິທະຍາໄລ ເສດ ຖະກິດ London. ເພິ່ນເຄີຍເປັນຫົວໜ້າກົງສູນໃຫຍ່ ທີ່ St Petersburg, ລັດເຊຍ ແລະ ຫົວໜ້າກົມ ຮັບຜິດຊອບສປ ຈີນ ຂອງ ກະຊວງການຕ່າງປະເທດ ອັງກິດ ຢູ່ London.