ວັນທີ 10 ທັນວາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ ແລະ ທ່ານ Friedrich Merz ນາຍົກລັດຖະມົນຕີ່ ເຢຍລະມັນ ເພື່ອປຶກສາຫາລືກ່ຽວກັບການປະທະກັນກັບ ຢູແກຼນ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ: REUTERS/Jonathan Ernst)
ຕາມທຳນຽບຂາວແລ້ວ, ບັນດາການໂອ້ລົມທາງໂທລະສັບໄດ້ດຳເນີນໃນສະພາບການທ່ານ Donald Trump ປະທານາທິບໍດີ ອາເມລິກາ ສືບຕໍ່ມີບັນດາການກະທຳຊຸກຍູ້ເພື່ອຢຸດຕິການປະທະກັນ ພ້ອມທັງສະແດງຄວາມສົງໄສຕໍ່ຄວາມອາດສາມາດ “ໄຊຊະນະຂອງ Kiev”.
ທຳນຽບຂາວ ກໍໃຫ້ຮູ້ວ່າ ບັນດາການນຳ ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ ໄດ້ປຶກສາຫາລືກ່ຽວກັບການຜັນແປຫຼ້າສຸດຂອງບັນດາການເຈລະຈາໂດຍ ອາເມລິກາ ເປັນກາງໄກ່ເກ່ຍ, ຊົມເຊີຍບັນດາຄວາມມານະພະຍາຍາມຢຸດຕິການປະທະກັນ ເພື່ອແນໃສ່ບັນລຸໄດ້ພື້ນຖານສັນຕິພາບທີ່ຍຸຕິທຳ ແລະ ຍາວນານໃຫ້ແກ່ ຢູແກຼນ. ບັນດາການນຳ 4 ປະເທດເຫັນດີວ່າ ບັນດາການປຶກສາຫາລືກ່ຽວກັບແຜນການສັນຕິພາບຈະສືບຕໍ່ດຳເນີນໃນໄລຍະຈະມາເຖິງ ແລະ ນີ້ແມ່ນຈຸດເວລາແກ່ນສານສຳລັບ ຢູແກຼນ ກໍຄືກັບຄວາມໝັ້ນຄົງລວມຂອງພາກພື້ນ ເອີຣົບ.
(ແຫຼ່ງຄັດຈາກ VOV)