• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທີ​ການ​ໃຫຍ່ ໂຕ​ເລິມ: ພາ​ລະ​ກິດ​ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແມ່ນ​ນຳ​ພາ, ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ພັດ​ທະ​ນາ ແລະ ຮັ່ງ​ມີ​ເຂັ້ມ​ແຂງ

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ເນັ້ນໜັກຄືດັ່ງກ່າວໃນບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມຟົດຟື້ນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ(03/02/1930 -03/02/2025).
ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: TTXVN)

ໃນຕະຫຼອດໄລຍະ 95 ປີຜ່ານມາ, ພັກກອມມູນິດ ຫວຽດນາມ ໂດຍແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ຂອງປະຊາຊົນຜູ້ອອກແຮງງານ ແລະ ຊົນຊາດຫວຽດນາມ ໄດ້ນຳພາປະເທດຊາດຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍນາໆປະການ ເພື່ອສ້າງຂຶ້ນໄຊຊະນະ, ຜົນສຳເລັດອັນຍິ່ງໃຫຍ່, ສ້າງຂີດໝາຍທີ່ພົ້ນເດັ່ນໃນປະຫວັດສາດອັນສະຫງ່າລາສີຂອງຊາດ.

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ເນັ້ນໜັກຄືດັ່ງກ່າວໃນບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມຟົດຟື້ນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ(03/02/1930 -03/02/2025). ໃນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງຄວາມຈິງໄດ້ຢັ້ງຢືນວ່າ: ຢູ່ ຫວຽດນາມ, ບໍ່ມີກຳລັງການເມືອງໃດນອກຈາກ ພັກກອມມູນິດ ຫວຽດນາມມີຄວາມສາມາດຢ່າງພຽງພໍ, ມີຄຸນວຸດທີ, ພູມປັນຍາ, ບົດຮຽນປະສົບການ ແລະ ອິດທິພົນຊື່ສຽງເພື່ອຊີ້ນຳນຳພາປະເທດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນຳພາລະກິດແຫ່ງການປະຕິວັດຂອງຫວຽດນາມ ຍາດໄດ້ຫຼາຍໄຊຊະນະທີ່ນັບມື້ນັບໃຫຍ່ກ່ວາ.

ເພື່ອສືບຕໍ່ບົດບາດຄວາມຮັບຜິດຊອບນັ້ນຂອງ ປະຫວັດສາດ, ພັກຕ້ອງພັດທະນາໃຫຍ່ໂຕເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຮັກສາຄຸນທາດປະຕິວັດ, ຍົກສູງຄວາມສາມາດໃນການຊີ້ນຳນຳພາ, ກຳອຳນາດ, ກຳລັງຕໍ່ສູ້ ແລະ ມີຄວາມສະໜິດຕິດພັນຢ່າງໃກ້ຊິດກັບປະຊາຊົນ. ພັກຍາມໃດກໍ່ມີຄວາມປ່ຽນແປງດ້ວຍຕົນເອງ, ປັບປຸງດ້ວຍຕົນເອງ, ເສີມຂະຫຍາຍປະຊາທິປະໄຕພາຍໃນກຸ່ມ, ກໍ່ສ້າງຖັນແຖນພະນັກງານທີ່ເຂັ້ມແຂງ, ປອດໄສ, ຢຶດໝັ້ນກັບເປົ້າໝາຍ, ອຸດົມການຂອງລັດທິມາກ ເລນິດ, ແນວຄິດປະທານໂຮ່ຈີມິນ.

ສິ້ນສຸດບົດຂຽນ, ທ່ານເລຂາທິການໃຫຍ່ຢັ້ງຢືນວ່າ ປັດຈຸບັນ ດ້ວຍສະມາຊິກພັກກ່ວາ5,4 ລ້ານຄົນ, ພັກກອມມູນິດ ຫວຽດນາມມີກຳລັງແຮງຢ່າງພຽງພໍເພື່ອປະຕິບັດຄວາມຮັບຜິດຊອບນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.

(ແຫຼ່ງຄັດຈາກ VOV)

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຊີຣີ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຊີຣີ

ສື່ມວນຊົນອາຣັບບິຊາອຸດິໄດ້ໃຫ້ຂ່າວວ່າວັນທີ2 ກຸມພາທ່ານ Ahmed Al-Sharaa, ປະທານາທິບໍດີຊົ່ວຄາວຊີຣີຈະທຳການຢ້ຽມຢາມປະເທດນີ້.

Top