ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ເນັ້ນໜັກຄືດັ່ງກ່າວໃນບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມຟົດຟື້ນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ(03/02/1930 -03/02/2025).
ທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: TTXVN)
ໃນຕະຫຼອດໄລຍະ 95 ປີຜ່ານມາ, ພັກກອມມູນິດ ຫວຽດນາມ ໂດຍແມ່ນກອງນຳໜ້າຂອງຊົນຊັ້ນກຳມະກອນ, ຂອງປະຊາຊົນຜູ້ອອກແຮງງານ ແລະ ຊົນຊາດຫວຽດນາມ ໄດ້ນຳພາປະເທດຊາດຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ສິ່ງທ້າທາຍນາໆປະການ ເພື່ອສ້າງຂຶ້ນໄຊຊະນະ, ຜົນສຳເລັດອັນຍິ່ງໃຫຍ່, ສ້າງຂີດໝາຍທີ່ພົ້ນເດັ່ນໃນປະຫວັດສາດອັນສະຫງ່າລາສີຂອງຊາດ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ເນັ້ນໜັກຄືດັ່ງກ່າວໃນບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມຟົດຟື້ນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ(03/02/1930 -03/02/2025). ໃນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງຄວາມຈິງໄດ້ຢັ້ງຢືນວ່າ: ຢູ່ ຫວຽດນາມ, ບໍ່ມີກຳລັງການເມືອງໃດນອກຈາກ ພັກກອມມູນິດ ຫວຽດນາມມີຄວາມສາມາດຢ່າງພຽງພໍ, ມີຄຸນວຸດທີ, ພູມປັນຍາ, ບົດຮຽນປະສົບການ ແລະ ອິດທິພົນຊື່ສຽງເພື່ອຊີ້ນຳນຳພາປະເທດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ນຳພາລະກິດແຫ່ງການປະຕິວັດຂອງຫວຽດນາມ ຍາດໄດ້ຫຼາຍໄຊຊະນະທີ່ນັບມື້ນັບໃຫຍ່ກ່ວາ.
ເພື່ອສືບຕໍ່ບົດບາດຄວາມຮັບຜິດຊອບນັ້ນຂອງ ປະຫວັດສາດ, ພັກຕ້ອງພັດທະນາໃຫຍ່ໂຕເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຮັກສາຄຸນທາດປະຕິວັດ, ຍົກສູງຄວາມສາມາດໃນການຊີ້ນຳນຳພາ, ກຳອຳນາດ, ກຳລັງຕໍ່ສູ້ ແລະ ມີຄວາມສະໜິດຕິດພັນຢ່າງໃກ້ຊິດກັບປະຊາຊົນ. ພັກຍາມໃດກໍ່ມີຄວາມປ່ຽນແປງດ້ວຍຕົນເອງ, ປັບປຸງດ້ວຍຕົນເອງ, ເສີມຂະຫຍາຍປະຊາທິປະໄຕພາຍໃນກຸ່ມ, ກໍ່ສ້າງຖັນແຖນພະນັກງານທີ່ເຂັ້ມແຂງ, ປອດໄສ, ຢຶດໝັ້ນກັບເປົ້າໝາຍ, ອຸດົມການຂອງລັດທິມາກ ເລນິດ, ແນວຄິດປະທານໂຮ່ຈີມິນ.
ສິ້ນສຸດບົດຂຽນ, ທ່ານເລຂາທິການໃຫຍ່ຢັ້ງຢືນວ່າ ປັດຈຸບັນ ດ້ວຍສະມາຊິກພັກກ່ວາ5,4 ລ້ານຄົນ, ພັກກອມມູນິດ ຫວຽດນາມມີກຳລັງແຮງຢ່າງພຽງພໍເພື່ອປະຕິບັດຄວາມຮັບຜິດຊອບນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່.