ກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ແມ່ນຂີດໝາຍອັນສະຫງ່າລາສີໃນປະຫວັດສາດ, ເປີດປະຕູເຂົ້າສູ່ສັງກະລາດໃໝ່ຂອງຊາດ. ໂດຍພາຍໃຕ້ແສງສະຫວ່າງຂອງກອງປະຊຸມໃຫ່ຍຄັ້ງທີ 14, ການພົວພັນຕ່າງປະເທດ-ໜ້າທີ່ສຳຄັນຍິ່ງ, ເປັນປະຈຳ ຈະໄດ້ຖືກຜັນຂະຫຍາຍຢ່າງຮອບດ້ານໃນລະດັບສູງໃໝ່. ວັນທີ 18 ກຸມພາ, ທ່ານ ໂຕເລິມ, ເລຂາທິການໃຫ່ຍ ພັກກອມມູນິດ ຫວຽດນາມ ມີບົດຂຽນດ້ວຍຫົວຂໍ້ “ຍູ້ແຮງການພົວພັນຕ່າງປະເທດຮອບດ້ານໃນລະດັບສູງໃໝ່”.
ທ່ານເລຂາທິການໃຫ່ຍ ໂຕເລິມ (ພາບ: VOV)
ທ່ານເລຂາທິການໃຫ່ຍ ໂຕເລິມ ຢືນຢັນວ່າ: ຫວນຄືນປະຫວັດສາດການປະຕິວັດ ຫວຽດນາມ, ໂອກາດຂອງປະເທດຊາດຍາມໃດກໍ່ຕິດພັນກັບບັນດາການຫັນປ່ຽນຂອງຍຸກສະໄໝ. ພາຍຫຼັງຍາດເອົາເອກະລາດ, ປະທານ ໂຮ່ຈິມິນ ໄດ້ເວົ້າວ່າ: “ພາຍຫຼັງບັນຫາປ້ອງກັນ, ການທູດແມ່ນບັນຫາສຳຄັນໃຫ້ແກ່ປະເທດເອກະລາດໜຶ່ງ”, ທ່ານຢືນຢັນເຖິງບົດບາດ ແລະ ຄວາມຮັບຜິດຊອບຂອງການຕ່າງປະເທດສຳລັບປະເທດຊາດ, ຊາດຢ່າງແຮງ.
ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກເປັນຂີດໃໝ່ແຫ່ງສັງກະລາດໃໝ່ຂອງຊາດ ຫວຽດນາມ ພາຍຫຼັງ 96 ປີພາຍໃຕ້ການຊີ້ນຳນຳພາຂອງພັກ, 80 ປີຍາດເອົາເອກະລາດ ແລະ 40 ປີດຳເນີນວິວັດການປ່ຽນແປງໃໝ່. ຖັດຈາກສັງກະລາດເອະລາດ, ເສລີພາບ, ສ້າງສັງຄົມນິຍົມ ແລະ ສັງກະລາດປ່ຽນແປງໃໝ່, ປະເທດຊາດເລີ່ມກ້າວເຂົ້າສູ່ສັງກະລາດພັດທະນາຢ່າງວັດທະນາຖາວອນ, ສິວິໄລ, ຜາສຸກ, ຮຽງບ່າຮຽງໄລ່ກັບບັນດາປະເທດມະຫາອຳນາດໃນ 5 ທະວີບ.
ຕາມທ່ານເລຂາທິການໃຫ່ຍໂຕເລິມ, ການຕ່າງປະເທດຮອບດ້ານໃນລະດັບສູງໃໝ່ແມ່ນການສົມທົບລະຫວ່າງການສືບທອດ ແລະ ພັດທະນາ. ການຕ່າງປະເທດຢືດໝັ້ນແນວທາງເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ; ແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມໂລກ. ພ້ອມກັນນັ້ນ, ພື້ນຖານການຕ່າງປະເທດ ຫວຽດນາມ ສືບຕໍ່ພັດທະນາ, ຮັບບັນດາສິ່ງຍອດຍິ່ງ, ພູມປັນຍາ ແລະ ວິທີການທາງການທູດທັນສະໄໝ. ເສັ້ນທາງສັນຕິພາບ, ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບໍ່ພຽງແຕ່ເພື່ອສ້າງສາປະເທດຊາດຮັ່ງມີເຂັ້ມແຂງໃຫ້ແກ່ ປຊຊ ຂອງເຮົາເອງເທົ່ານັ້ນ, ຫາກຍັງເພື່ອປະກອບສ່ວນຢ່າງມີຄວາມຮັບຜິດຊອບໃຫ້ແກ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ຄວາມເປັນລະບຽບຮຽບຮ້ອຍໂລກ ອີງບົນກົດໝາຍອີກດ້ວຍ. ນັ້ນແມ່ນເຂັມຊີ້ທິດ, ແມ່ນພື້ນຖານຫຼັກສິນທຳ ແລະ ຫຼັກການພື້ນຖານເພື່ອພວກເຮົາສ້າງບັນດາການພົວພັນການຕ່າງປະເທດແບບຍືນຍົງ.
ຕໍ່ໜ້າບັນດາການຜັນແປຂອງຍຸກສະໄໝ, ການຕ່າງປະເທດຮອບດ້ານຢູ່ໃນລະດັບສູງໃໝ່ຕ້ອງເອົາຄຸນນະທາດ, ພູມປັນຍາແມ່ນເຂັມທິດ; ຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັບຜິດຊອບແມ່ນຂົວຕໍ່ຮ່ວມມື. ທ່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ: ການຕ່າງປະເທດ ຫວຽດນາມ ຈະສືບຕໍ່ສ້າງ ແລະ ຮັກສາສັນຕິພາບ, ສະຖຽນລະພາບ, ເປີດກ້ວາງພື້ນທີ່ພັດທະນາ ແລະ ຍົກສູງບົດບາດທີ່ຕັ້ງຂອງປະເທດຊາດ, ປະກອບສ່ວນສຳເລັດຄຳພິໄນກຳອັນສັກສິດຂອງລຸງໂຮ່ “ຄວາມປາດຖະໜາສຸດທ້າຍຂອງຂ້າພະເຈົ້າແມ່ນ: ທົ່ວພັກ, ທົ່ວປວງຊົນ ຫວຽດນາມ ສາມັກຄີກັນ ສູ້ຊົນສ້າງສາປະເທດ ຫວຽດນາມ ແຫ່ງສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ ແລະ ຮັ່ງມີເຂັ້ມແຂງ, ສົມກັບການປະກອບສ່ວນເຂົ້າໃນພາລະກິດການປະຕິວັດໂລກ”./.