• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ປະ​ທານການ​ພົບ​ປະ​ກັບ​ນັກ​ປະ​ຕິ​ວັດ​​ຜູ້ອາ​ວຸ​ໂສ

ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາການອຸທິດສ່ວນ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກປະຕິວັດຜູ້ອາວຸໂສ, ບັນດາອະດີດກຳມະການສູນກາງພັກ, ບັນດາອະດີດການນຳອົງການຂອງພັກ, ແນວໂຮມປະເທດຊາດ, ອົງການການເມືອງ - ສັງຄົມຂັ້ນສູນກາງ.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ການພົບປະ

ຕອນເຊົ້າວັນທີ 18 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການພົບກັບບັນດານັກປະຕິວັດ ຜູ້ອາວຸໂສ, ອະດີດກຳມະການສູນກາງພັກ, ອະດີດການນຳບັນດາຄະນະ, ອົງການຂອງພັກ, ແນວໂຮມປະເທດຊາດ ແລະ ບັນດາອົງການການເມືອງ - ສັງຄົມ ຂັ້ນສູນກາງເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19/8/1945 - 19/8/2025) ແລະ ວັນຊາດ ຫວຽດນາມ (2/9/1945 - 2/9/2025). ເຊິ່ງມີການເຂົ້າຮ່ວມຂອງທ່ານປະທານປະເທດ ເລື່ອງເກືອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງບັນດາການອຸທິດສ່ວນ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກປະຕິວັດຜູ້ອາວຸໂສ, ບັນດາອະດີດກຳມະການສູນກາງພັກ, ບັນດາອະດີດການນຳອົງການຂອງພັກ, ແນວໂຮມປະເທດຊາດ, ອົງການການເມືອງ - ສັງຄົມຂັ້ນສູນກາງ. ເມື່ອແຈ້ງໃຫ້ຊາບກ່ຽວກັບສະພາບການປະເທດຊາດ, ແບ່ງປັນບັນດາໂອກາດ, ຂໍ້ສະດວກ ແລະ ສິ່ງທ້າທາຍຂອງປະເທດຊາດ ໃນປັດຈຸບັນ, ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມປາດຖະໜາ ໃນໄລຍະຈະມາເຖິງກັບບັນດາຜູ້ແທນ ເຂົ້າຮ່ວມການພົບປະສືບຕໍ່ເສີມຂະຫຍາຍມູນເຊື້ອອັນລ້ຳຄ່າ, ອຸທິດສ່ວນຄວາມເກັ່ງກ້າສາມາດ, ພູມປັນຍາ ຮ່ວມເດີນທາງພ້້ອມກັບພັກ, ກັບປະເທດຊາດ ແລະ ປະຊາຊົນ, ຕັດສິນໃຈກໍ່ສ້າງປະເທດຊາດວັດທະນາຖາວອນ, ມີຄວາມຜາສຸກໃນສັງກາດໃໝ່.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ດ​ວງ​ດາວ​ພວມ​ຮຸ່ງ​ແຈ້ງ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ FDI

ຫວຽດ​ນາມ - ດ​ວງ​ດາວ​ພວມ​ຮຸ່ງ​ແຈ້ງ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ FDI

ຕາມບົດຂຽນແລ້ວ, ທຶນ FDI ຂອງ ຫວຽດນາມ ພວມມີທ່າເຕີບໂຕຢ່າງບໍ່ຢຸດຢັ້ງ. ປີ 2023, ຫວຽດນາມໄດ້ດຶງດູດເງິນລົງທຶນຈົດທະບຽນ FDI ກ່ວາ 36,6 ຕື້ USD, ເພີ່ມຂຶ້ນ 32%ເມື່ອທຽບໃສ່ກັບປີກາຍນີ້. ນີ້ແມ່ນລະດັບສູງສະຖິຕິໃນຫຼາຍປີມານີ້.

Top