• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຄວາມ​ສ່ຽງ​ແຜ່​​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍເກີດ​ຂຶ້ນ​ຄືນ​ໃໝ່

ການແບ່ງແຍກກ່ຽວກັບພູມີສາດການເມືອງ ແລະ ການເສຍຄວາມໄວ້ວາງໃຈທີ່ນັບມື້ນັບເພີ່ມຂຶ້ນໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ຊຸກຍູ້ການແຂ່ງຂັນດ້ານອາວຸດນິວເຄຼຍຄັ້ງໃໝ່.
ທ່ານເລຂາທິການ ສປຊ Antonio Guterres (ພາບ: THX/TTXVN)

ເນື່ອງໃນໂອກາດ ວັນທີ26 ກັນຍາ ວັນສາກົນລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊິງ, ໃນວັນທີ 26 ກັນຍາ, ທ່ານເລຂາທິການ ສປຊ Antonio Guterres ໄດ້ຍົກອອກຄຳກ່າວເຕືອນຢູ່ກອງປະຊຸມຄັ້ງທີ 79 ຂອງສະມັດຊາໃຫຍ່ ສປຊ ກ່ຽວກັບສະພາບການຄວາມເຄັ່ງຕຶງທົ່ວໂລກເພີ່ມຂຶ້ນຢ່າງແຮງ ແລະ ຄວາມສ່ຽງແຜ່ຂະຫຍາຍອາວຸດນິວເຄຼຍເກີດຂຶ້ນຄືນໃໝ່.

ທ່ານ Antonio Guterres ໄດ້ເນັ້ນໜັກວ່າ ການແບ່ງແຍກກ່ຽວກັບພູມີສາດການເມືອງ ແລະ ການເສຍຄວາມໄວ້ວາງໃຈທີ່ນັບມື້ນັບເພີ່ມຂຶ້ນໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ຊຸກຍູ້ການແຂ່ງຂັນດ້ານອາວຸດນິວເຄຼຍຄັ້ງໃໝ່. ທ່ານຮຽກຮ້ອງໃຫ້ປະຊາຄົມສາກົນ ຈົ່ງຍົກອອກສານເປັນເອກະພາບ ແລະ ເດັດດ່ຽວ ນັ້ນແມ່ນ: “ວິທີການໜຶ່ງດຽວເພື່ອລົບລ້າງໄພນາບຂູ່ຈາກອາວຸດນິວເຄຼຍແມ່ນລົບລ້າງມັນ”. ທ່ານ Antonio Guterres ກໍ່ໄດ້ເນັ້ນໜັກວ່າ ບັນດາປະເທດຕ້ອງເດີນຕາມທັງສອງວຽກແມ່ນ ຫຼຸດຜ່ອນອາວຸດ ແລະ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຢ່າງຮີບດ່ວນ.

ເຕື້ອງເຖິງຄວາມຮັບຜິດຊອບຂອງບັນດາປະເທດກຳມະສິດອາວຸດນິວເຄຼຍ, ທ່ານ Antonio Guterres ຮຽກຮ້ອງໃຫ້ບັນດາປະເທດນີ້ຕ້ອງເປັນແບບຢ່າງດ້ວຍວິທີການເຄົາລົບບັນດາພັນທະຫຼຸດຜ່ອນ ອາວຸດ ແລະ ຄຳໝັ້ນສັນຍາບໍ່ນຳໃຊ້ອາວຸດນິວເຄຼຍ ຫຼືນາບຂູ່ນຳໃຊ້ມັນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເລື່ອນ​ຂຶ້ນ 2 ຂັ້ນ​ດັດ​ຊະ​ນີ​ນະ​ວັດ​ຕະ​ກຳ​ທົ່ວ​ໂລກ

ຫວຽດ​ນາມ ເລື່ອນ​ຂຶ້ນ 2 ຂັ້ນ​ດັດ​ຊະ​ນີ​ນະ​ວັດ​ຕະ​ກຳ​ທົ່ວ​ໂລກ

ທ່ານ Darren Tang ຜູ້ອຳນວຍການໃຫຍ່ WIPO ໄດ້ຊົມເຊີຍບັນດາຜົນສຳເລັດໃນການພັດທະນາດ້ານເສດຖະກິດສັງຄົມຂອງ ຫວຽດນາມ ໃນໄລຍະຫວ່າງມໍ່ໆມານີ້, ທ່ານຕີລາຄາສູງຄວາມເອົາໃຈໃສ່ຂອງພັກ ແລະ ລັດ ຫວຽດນາມ ຕໍ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ສິດຊັບສິນທາງປັນຍາ.

Top