• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະເຈລະຈາກັບບັນດາການນຳ ກຸຍບາ

ທ່ານນາຍົກລັດຖະມົນຕີ ກຸຍບາ ຢືນຢັນວ່າ, ຈະສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຄື່ອນໄຫວດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນພື້ນຖານເສດຖະກິດ ກຸຍບາ.
ທີ່ການພົບປະເຈລະຈາ (ພາບ: TTXVN)

ຕອນບ່າຍວັນທີ 26 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ລາຮາບານາ, ປະເທດ ກຸຍບາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ດຳເນີນການພົບປະເຈລະຈາກັບທ່ານ Manuel Marrero Cruz, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ສ.ກຸຍບາ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ Manuel Marrero Cruz ໄດ້ແລກປ່ຽນກ່ຽວກັບສະພາບການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ກຸຍບາ ຢືນຢັນວ່າ, ຈະສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຄື່ອນໄຫວດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນພື້ນຖານເສດຖະກິດ ກຸຍບາ. ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ 2 ຝ່າຍຕັ້ງໜ້າເສີມຂະຫຍາຍສັນຍາການຄ້າລະຫວ່າງ 2 ປະເທດ; ເຫັນດີຊຸກຍູ້ການຄົ້ນຄວ້າ, ເປີດກວ້າງການຮ່ວມມືດ້ານກະສິກຳ ແລະ ອຸດສາຫະກຳປຸງແຕງອາຫານ, ການຢາ, ເຕັກໂນໂລຊີຊີວະສາດ, ການບໍລິການສາທາລະນະສຸກ…

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນກຸຍບາ Esteban Lazo Hérnandez (ພາບ: TTXVN)

ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນກຸຍບາ Esteban Lazo Hérnandez, ຢູ່ສຳນັກງານສະພາແຫ່ງຊາດ ກຸຍບາ, ທີ່ນະຄອນຫຼວງ ລາຮາບານາ. ຢູ່ທີ່ນີ້, ອີກເທື່ອໜຶ່ງ, ທ່ານ ໂຕເລິມ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ, ປະຊາຊົນ ຫວຽດນາມ ສາມັກຄີ, ສະໜັບສະໜູນຢ່າງແຮງຕໍ່ການປະຕິວັດ ກຸຍບາ, ຮຽກຮ້ອງຫ້ຢຸດຕິບັນດາມາດຕະການຂວ້ຳບາດເພື່ອຕ້ານ ກຸຍບາ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຄວາມ​ສ່ຽງ​ແຜ່​​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍເກີດ​ຂຶ້ນ​ຄືນ​ໃໝ່

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຄວາມ​ສ່ຽງ​ແຜ່​​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍເກີດ​ຂຶ້ນ​ຄືນ​ໃໝ່

ການແບ່ງແຍກກ່ຽວກັບພູມີສາດການເມືອງ ແລະ ການເສຍຄວາມໄວ້ວາງໃຈທີ່ນັບມື້ນັບເພີ່ມຂຶ້ນໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ຊຸກຍູ້ການແຂ່ງຂັນດ້ານອາວຸດນິວເຄຼຍຄັ້ງໃໝ່.

Top