ຕອນບ່າຍວັນທີ 17 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳຄະນະຊີ້ນຳສະຫຼຸບ 100 ປີ ພັກນຳພາການປະຕິວັດ ຫວຽດນາມ (1930 – 2030), ກຳນົດທິດນຳພາພັດທະນາປະເທດໃນ 100 ປິຕໍ່ໜ້າ (2030 – 2130) ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການສ້າງສາປະເທດຊາດໃນໄລຍະກ້າວຂຶ້ນລັດທິສັງຄົມນິຍົມ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: nhandan.vn)
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຈາະຈີ້ມເຖິງເນື້ອໃນຈຳນວນໜຶ່ງເພື່ອໃຫ້ໜ່ວຍງານບັນນາທິການເພື່ອສືບຕໍ່ປັບປຸງບົດລາຍງານການສະຫຼຸບໃຫ້ສຳເລັດໃນໄລຍະຈະມາເຖິງ. ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ:
“ວິໄສທັດ 100 ປີຕໍ່ໜ້າ ຕ້ອງສືບຕໍ່ສະແດງໄດ້ເຖິງຄວາມຄາດຫວັງພັດທະນາຂອງຊາດ ຫວຽດນາມ. ຕ້ອງຕອບໄດ້ບັນດາຄຳຖາມໃຫຍ່, ຄື: ຫວຽດນາມ ຢາກກາຍເປັນປະເທດພັດທະນາຄືແນວໃດໃນສະຕະວັດຈະມາເຖິງ; ມີພື້ນຖານໃດແດ່ຕ້ອງຮັກສາໄວ; ບັນດາກຳລັງໜູນພັດທະນາໃໝ່ແມ່ນຫຍັງ?.... ວິໄສທັດຕ້ອງມີຄວາມສູງຂອງຄວາມຄາດຫວັງ, ລວງເລິກທາງດ້ານທິດສະດີ ແລະ ໃກ້ຊິດຕິດແທດກັບສະພາບການຕົວຈິງຂອງປະເທດຊາດ ແລະ ທ່າອ່ຽງຂອງຍຸກສະໄໝ, ຍົກສູງກຳລັງຄວາສາມາດການຈັດຕັ້ງປະຕິບັດ”
(ແຫຼ່ງຄັດຈາກ VOV)