• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລາຂາທິ​ການ​ໃຫ່​ຍ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ອອກ​ອາ​ກາດ​ລາຍ​ການ​ໂທ​ລະ​ພາບ​ທຳ​ອິດ

ບັນດາລາຍການຂອງໂທລະພາບແຫ່ງຊາດ ຫວຽດນາມ ໄດ້ສ່ອງແສງຢ່າງພາວະວິໄສ, ຫຼາຍແງ່ມູມ ກ່ຽວກັບດ້ານຊີວິດການເມືອງ, ເສດຖະກິດ, ວັດທະນະທ ສັງຄົມ, ປຸກລະດົມການປ່ຽນແປງໃໝ່; ຕໍ່ສູ້ຕ້ານໄພສໍ້ລາດບັງຫຼວງ, ໄພຫຍໍ້ທໍ້…
(ພາບ: nhandan.vn)

ຕອນເຊົ້າວັນທີ 7 ກັນຍາ, ໂທລະພາແຫ່ງຊາດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 55 ປີແຫ່ງວັນອອກອາກາດລາຍການໂທລະພາບທຳອິດ (7/9/1970 – 7/9/2025), ຕ້ອນຮັບນາມມະຍົດຫຼຽນໄຊແຮງງານຊັ້ນ 1 ແລະ ພິທີເປີດຕົວ, ອອກອາກາດຊ່ອງໂທລະພາບພາສາຕ່າງປະເທດ- Vietnam Today.

ກ່າວຄຳເຫັນນະທີ່ນີ້, ທ່ານເລາຂາທິການໃຫ່ຍ ໂຕເລິມ ເນັ້ນໜັກວ່າ, ໃນຕະຫຼອດ 55 ປີຜ່ານມາ, ໂທລະພາບ ຫວຽດນາມ ໄດ້ພັດທະນາກາຍເປັນໂທລະພາບແຫ່ງຊາດ, ອົງການສື່ມວນຊົນຫຼັກແຫຼ່ງ, ຫຼາຍປະເພດ, ໂຄສະນາແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ປະກອບສ່ວນສຶກສາ, ຍົກສູງພູມປັນຍາ; ເວົ້າສຽງເວົ້າຂອງ ປຊຊ ໃນພາລະກິດສ້າງສາ ປົກປັກຮັກສາປະເທດຊາດ. ຮ່ວມເດີນທາງພ້ອມກັບປະເທດຊາດ, ຊົນຊາດ, ບັນດາລາຍການຂອງໂທລະພາບແຫ່ງຊາດ ຫວຽດນາມ ໄດ້ສ່ອງແສງຢ່າງພາວະວິໄສ, ຫຼາຍແງ່ມູມ ກ່ຽວກັບດ້ານຊີວິດການເມືອງ, ເສດຖະກິດ, ວັດທະນະທ ສັງຄົມ, ປຸກລະດົມການປ່ຽນແປງໃໝ່; ຕໍ່ສູ້ຕ້ານໄພສໍ້ລາດບັງຫຼວງ, ໄພຫຍໍ້ທໍ້…

(ແຫຼ່ງຄັດຈາກ VOV)

ຝົນແດງ ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

“ຝົນແດງ” ຈາກຄວາມຊົງຈຳແຫ່ງສົງຄາມຕະຫຼອດຮອດຄວາມເອກອ້າງທະນົງໃຈຂອງຊາດ

ນັບຕັ້ງແຕ່ນຳມາສາຍຢູ່ຕາມໂຮງຮູບເງົາມາເປັນເວລາບໍ່ຮອດໜຶ່ງເດືອນ, ຮູບເງົາເລື່ອງ “ຝົນແດງ” ໂດຍຂະແໜງຮູບເງົາກອງທັບປະຊາຊົນຜະລິດ ພວມກາຍເປັນປາກົດການທີ່ພົ້ນເດັ່ນຢູ່ຕາມໂຮງຮູບເງົາຢູ່ ຫວຽດນາມ. ຮູບເງົາເລື່ອງນີ້ ບໍ່ພຽງແຕ່ວາດພາບເຖິງປະຫວັດສາດຢ່າງແທ້ຈິງເທົ່ານັ້ນ ຫາກຍັງເວົ້າເຖິງບັນດາຄຸນຄ່າທາງດ້ານວັດທະນະທຳມະນຸດຢ່າງເລິກເຊິ່ງ ເຮັດໃຫ້ຜູ້ຊົມຫຼາຍລຸ້ນຄົນມີຄວາມສະເທືອນໃຈ.

Top