• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ຢາ​ລາຍ ກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ Kalmaegi

ຕາມບົດລາຍງານຂອງແຂວງ, ພາຍຸລູກ 13 ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ທ້ອງຖິ່ນ, ມີ 2 ຄົນເສຍຊີວິດ, 8 ຄົນຖືກບາດເຈັບ, ເສຍຫາຍທາງດ້ານວັດຖຸຄາດວ່າປະມານ 204 ລ້ານ USD.
ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ກ່າວຄຳເຫັນທີ່ການເຮັດວຽກ

ຕອນຄ່ຳວັນທີ 8 ພະຈິກ, ຢູ່ສຳນັກງານຄະນະກຳມະການປະຊາຊົນ ແຂວງ ຢາລາຍ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ພ້ອມກັບຄະນະປະຕິບັດງານຂອງລັດຖະບານ ໄດ້ເຮັດວຽກກັບການນຳແຂວງກ່ຽວກັບວຽກງານຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Kalmaegi (ພາຍຸລູກ 13). ຕາມບົດລາຍງານຂອງແຂວງ, ພາຍຸລູກ 13 ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ທ້ອງຖິ່ນ, ມີ 2 ຄົນເສຍຊີວິດ, 8 ຄົນຖືກບາດເຈັບ, ເສຍຫາຍທາງດ້ານວັດຖຸຄາດວ່າປະມານ 204 ລ້ານ USD. ລັດຖະບານ ໄດ້ຕັດສິນໃຈໜູນຊ່ວຍໂດຍດ່ວນເງິນເປັນຈຳນວນ 3,26 ລ້ານ USD ໃຫ້ແກ່ບັນດາທ້ອງຖິ່ນຖືກຜົນສະທ້ອນ, ໃນນັ້ນມີ ຢາລາຍ ແລະ ດັກລັກແຕ່ລະແຂວງແມ່ນ 1,22 ລ້ານ USD. ທາງແຂວງຢາລາຍກໍ່ໄດ້ເປັນເຈົ້າການໜູນຊ່ວຍປະຊາຊົນມີເຮືອນຖືກພັງຖະລົ່ມ, ສ້ອນຊ້ອນບ່ອນຢູ່ຊົ່ວຄາວຢູ່ບັນດາຮາກຖານຂອງກຳລັງປະກອບອາວຸດ, ສະໜອງອາຫານການກິນຢ່າງພຽງພໍ, ຮັບປະກັນຊີວິດການເປັນຢູ່ ແລະ ເງື່ອນໄຂຮ່ຳຮຽນໃຫ້ແກ່ນັກຮຽນ. ຂະແໜງໄຟຟ້າພາກກາງ ພວມມານະພະຍາຍາມພື້ນຟູຕາໜ່າງໄຟຟ້າ, ສູ້ຊົນຮອດວັນທີ 9 ພະຈິກ ສະໜອງໄຟຟ້າຄືນໃໝ່.

(ແຫຼ່ງຄັດຈາກ VOV)

ກຳ​ປູ​ເຈຍ ສະ​ເຫຼີມສະຫຼອງວັນ​ຊາດ​ຄົບ​ຮອບ 72 ປີ

ກຳ​ປູ​ເຈຍ ສະ​ເຫຼີມສະຫຼອງວັນ​ຊາດ​ຄົບ​ຮອບ 72 ປີ

ພາຍຫຼັງພິທີເຄົາລົບທຸກຊາດ, ກະສັດ Norodom Sihamoni ໄດ້ວາງພວງມາລາອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ...

Top