• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ຫງວຽນ​ຮ​ວ່າ​ບິ່ງ ​ໂຮມປະ​ຊຸມ​ກ່ຽວ​ກັບ​ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ສ້າງ​​ຕັ້ງສູນ​ການ​ເງິນ

ຕອນບ່າຍວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໄດ້ເປັນປະທານກອງປະຊຸມກັບການນຳບາງກະຊວງ, ຂະແໜງການມີໜ້າທີ່ຮັບຜິດຊອບກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສູນການເງິນຢູ່ ຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ເປັນປະທານກອງປະຊຸມ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ຖືວ່າ ມະຕິດັ່ງກ່າວຕ້ອງສຸມໃສ່ກຳນົດບັນດາເນື້ອໃນທີ່ມີລັກສະນະຫຼັກການ, ນະໂຍບາຍລວມ; ສືບຕໍ່ແລກປ່ຽນບົດຮຽນປະສົບການສາກົນ ເພື່ອເປັນເສນາທິການໃຫ້ແກ່ລັດຖະບານ ປະກາດໃຊ້ດຳລັດສະເພາະ ແລະ ເອກະສານຕ່າງໆເພື່ອກຳນົດລະອຽດ, ຮັບປະກັນໃຫ້ມີຄວາມສອດຄ່ອງກັບທຳນຽມສາກົນ ແລະ ຄຳຮຽກຮ້ອງຕ້ອງການກ່ຽວກັບການພັດທະນາຂອງສູນການເງິນ. ສ້າງຮ່າງມະຕິ ແນໃສ່ສ້າງບັນດາກົນໄກ, ນະໂຍບາຍທີ່ພົ້ນເດັ່ນ ແຕ່ກໍ່ຕ້ອງມີການຄວບຄຸມ ແລະ ມີການຕີລາຄາຜົນກະທົບຂອງນະໂຍບາຍສຳລັບພື້ນຖານເສດຖະກິດ.

        ກ່ຽວກັບເວລາຍື່ນສະເໜີຕໍ່ສະພາແຫ່ງຊາດ, ການສ້າງ ແລະ ຍື່ນສະເໜີຮ່າງມະຕິຈະໄດ້ປະຕິບັດຕາມຂັ້ນຕອນໃນ 01 ກອງປະຊຸມ, ຄາດວ່າ ລັດຖະບານຍື່ນສະເໜີສະພາແຫ່ງຊາດພິຈາລະນາ ແລະ ຮັບຮອງເອົາມະຕິດັ່ງກ່າວໃນກອງປະຊຸມສະໄໝສາມັນຄັ້ງທີ 9, ສະພາແຫ່ງຊາດ ຊຸດທີ XV ໃນເດືອນ ພຶດສະພາຈະມາເຖິງ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໂຮມປະ​ຊຸມ​ຜັນ​ຂະ​ຫຍາຍບົດ​ສະຫຼຸບ​ຂອງກ​ອງ​ປະ​ຊຸມ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ພັກ​​ຂອງສາມ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໂຮມປະ​ຊຸມ​ຜັນ​ຂະ​ຫຍາຍບົດ​ສະຫຼຸບ​ຂອງກ​ອງ​ປະ​ຊຸມ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ພັກ​​ຂອງສາມ​ປະ​ເທດ

ວັນທີ 22 ກຸມພາ, ເນື່ອງໃນໂອກາດເຂົ້າຮ່ວມການພົບປະລະຫວ່າງການນຳພັກສາມປະເທດ ຫວຽດນາມ - ກຳປູເຈຍ - ລາວ ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະເຮັດວຽກກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເພື່ອແນໃສ່ຊາບຊຶມບັນດາເນື້ອໃນທີ່ໄດ້ຕົກລົງກັນໃນບົດສະຫຼຸບຂອງກອງປະຊຸມພົບປະລະຫວ່າງການນຳສາມພັກ.

Top