• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກົດ​ດີ​ວົວ ມາ​ຮອດ​ຮ່າ​ໂນ້ຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ທ່ານ Patrick Achi ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ກົດ​ດີ​ວົງໄດ້​ດຳ​ເນີ​ນ​ພາຍຫຼັງ​ຂີດ​ໝາຍ​ປະ​ຫວັດ​ສາດ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (6/10/1975-6/10/2025).
ທ່ານ ຫວູ​ຫ໋າຍ​ຮ່າ ຮອງ​ຫົວ​ໜ້າ​ຜູ້​ປະ​ຈຳ​ການ​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ ແລະ ການ​ທູດ​ສະ​ພາ​ແຫ່ງ​ຊາດ ຕ້ອນ​ຮັບ​ທ່ານ Patrick Achi ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ກົດ​ດີ​ວົວ (ພາບ: VNA)
ຕອນ​ຄ່ຳ​ວັນ​ທີ 22 ສິງ​ຫາ, ທ່ານ​ Patrick Achi ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ກົດ​ດີ​ວົວ ໄດ້​ນຳ​ໜ້າ​ຄະ​ນ​ະ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດກົດ​ດີ​ວົວ ມາ​ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 23 – 26 ສິງ​ຫາ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ສ. ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ທ່ານ Patrick Achi ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ.ກົດ​ດີ​ວົງໄດ້​ດຳ​ເນີ​ນ​ພາຍຫຼັງ​ຂີດ​ໝາຍ​ປະ​ຫວັດ​ສາດ​ສອງ​ປະ​ເທດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ (6/10/1975-6/10/2025).

(ແຫຼ່ງຄັດຈາກ VOV)

ການ​ຊື້​ຂາຍ​ສິນ​ຄ້າ​ກັບ​ຕ່າງ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຕ້ອງ​ໄດ້​ປະ​ຕິ​ບັດ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕ​ນິກ

ການ​ຊື້​ຂາຍ​ສິນ​ຄ້າ​ກັບ​ຕ່າງ​ປະ​ເທດ​ຜ່ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກ​ຕ້ອງ​ໄດ້​ປະ​ຕິ​ບັດ​ການ​ຢັ້ງ​ຢືນທາງ​ເອ​ເລັກ​ໂຕ​ນິກ

ສິນຄ້າຕ່າງໆ ຕ້ອງປະ​ຕິ​ບັດ​ລະ​ບຽບ​ການ​ດ້ານພາສີ ແລະ ຕ້ອງກວດກາ, ຕິດຕາມກວດກາ. ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນ ຢູ່ຫວຽດນາມ ທີ່ຊື້-ຂາຍ ສິນຄ້າ ກັບຕ່າງປະເທດ ຜ່ານແພຼດ​ຟອມການຄ້າເອເລັກໂຕນິກ ຕ້ອງໄດ້ຮັບການ ຢັ້ງຢືນທາງເອເລັກໂຕຣນິກ."

Top