• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ: ສື່ມວ​ນ​ຊົນ ຫວຽດ​ນາມ ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ ແລະ ນະ​ວັດ​ຕະ​ກຳ​ຢ່າງ​ແຮງ

ທ່ານປະທານປະເທດ ໂຕເລິມ ເນັ້ນໜັກວ່າ ບັນດາຜົນງານຍາດໄດ້ລາງວັນສື່ມວນຊົນແຫ່ງຊາດຄັ້ງທີ XVIII ແມ່ນສະແດງໃຫ້ເຫັນການເຄື່ອນໄຫວທີ່ຟົດຟື້ນຂອງວົງການນັກຂ່າວທົ່ວປະເທດໃນປີຜ່ານມາ.
ທ່ານປະທານປະເທດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ພິທີ 

ເນື່ອງໃນໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925 - 21/6/2024), ຕອນຄ່ຳວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມ, ກ່າວຄຳເຫັນ ແລະ ມອບລາງວັນທີ່ພິທີປະກາດລາງວັນສື່ມວນຊົນແຫ່ງຊາດຄັ້ງທີ XVIII. ກ່າວຄຳເຫັນທີ່ພິທີ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ໂຕເລິມ ເນັ້ນໜັກວ່າ ບັນດາຜົນງານຍາດໄດ້ລາງວັນສື່ມວນຊົນແຫ່ງຊາດຄັ້ງທີ XVIII ແມ່ນສະແດງໃຫ້ເຫັນການເຄື່ອນໄຫວທີ່ຟົດຟື້ນຂອງວົງການນັກຂ່າວທົ່ວປະເທດໃນປີຜ່ານມາ, ພ້ອມທັງ ຕາງໜ້າໃຫ້ຜົນງານອັນໃຫຍ່ຫຼວງຂອງຖັນແຖວຜູ້ເຮັດວຽກງານການຂ່າວ ຫວຽດນາມ ມຸ່ງໄປເຖິງການສະເຫຼີມສະຫຼອງ 100ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21/6/1925-21/6/2025). ທ່ານປະທານປະເທດ ໂຕເລິມເນັ້ນໜັກວ່າ:

ເສີມຂະຫຍາຍຢູ່ລະດັບສູງສຸດ ບົດບາດຂອງສື່ມວນຊົນ - ເຊິ່ງແມ່ນເຄື່ອງມືຕໍ່ສູ້ທາງສັງຄົມ, ຕໍ່ສູ້ຂອງຊົນຊາດ, ຕໍ່ສູ້ຂອງຊົນຊັ້ນ, ແມ່ນອາວຸດປາຍແຫຼມ, ເຄື່ອງມືທີ່ດີຂອງພັກ ໃນແນວຮົບດ້ານແນວຄິດ, ຕ້ອງມີຫຼາຍກ່ວາອີກບັນດາຜົນງານສື່ມວນຊົນມີລັກສະນະທິດສະດີ ແລະ ການເມືອງຢູ່ລະດັບສູງ. ສຸມໃສ່ໂຄສະນາ, ລະດົມກຳລັງໃຈ, ເຕົ້າໂຮມມະຫາຊົນປະຕິບັດແນວທາງການຊີ້ນຳນຳພາຂອງພັກ; ສຶກສາ, ແນະນຳໃຫ້ບັນດາຊົນຊັ້ນໃນສັງຄົມປະຕິບັດຕາມມາດຖານ, ຄຸນສົມບັດ ສັງຄົມນິຍົມ; ຕໍ່ສູ້ເພື່ອປະຕິເສດທັດສະນະຜິດພາດ, ເປັນປໍລະປັກ; ເຂົ້າຮ່ວມການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢ່າງຕັ້ງໜ້າ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຄວາມ​ສ່ຽງ​ແຜ່​​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍເກີດ​ຂຶ້ນ​ຄືນ​ໃໝ່

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ເຕືອນ​ຄວາມ​ເຄັ່ງ​ຕຶງ​ທົ່ວ​ໂລກ​ເພີ່ມ​ຂຶ້ນ, ຄວາມ​ສ່ຽງ​ແຜ່​​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍເກີດ​ຂຶ້ນ​ຄືນ​ໃໝ່

ການແບ່ງແຍກກ່ຽວກັບພູມີສາດການເມືອງ ແລະ ການເສຍຄວາມໄວ້ວາງໃຈທີ່ນັບມື້ນັບເພີ່ມຂຶ້ນໄດ້ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະ ຊຸກຍູ້ການແຂ່ງຂັນດ້ານອາວຸດນິວເຄຼຍຄັ້ງໃໝ່.

Top