• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ສ້າງ​ລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສາ ແລະ ຮັບ​ໃຊ້​ປະ​ຊາ​ຊົນ

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຮັບ​ຮອງ​ເອົາ​ມະ​ຕິ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031 ສຳ​ລັບ​ທ່ານ​ເລ​ມິ​ຮຶງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ (ພາບ: VGP)  

ຕອນ​ບ່າຍ​ວັນ​ທີ 7 ເມ​ສາ, ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ເຂົ້າ​ຮ່ວມ​ການ​ລົງ​ຄະ​ແນນ​ສຽງ​ໃຫ້​ສັດ​ຕະ​ຍາ​ບັນ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ຮັບ​ຮອງ​ເອົາ​ມະ​ຕິ​ເລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ອາ​ຍຸ​ການ 2026 – 2031 ສຳ​ລັບ​ທ່ານ​ເລ​ມິ​ຮຶງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ທິ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI. ພາຍຫຼັງ​ການ​ເລືອກ​ຕັ້ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ປະຕິຍານ​​ວ່າ:

ພາຍ​ໃຕ້​ທຸງ​ແດງ​ດາວ​ຄຳ​ອັນ​ສັກ​ກະລະບູຊາຂອງ​ປະ​ເທດ​ຊາດ, ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ, ພໍ່​ແມ່​ປະ​ຊາ​ຊົນ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂ້າ​ພະ​ເຈົ້າ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ, ຂໍ​ປະຕິຍານວ່າ: ເດັດ​ດ່ຽວ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ, ຕໍ່​ປະ​ຊາ​ຊົນ, ຕໍ່​ລັດ​ຖະ​ທຳ​ມະ​ນູນ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ. ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຂອງ ພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້.

ກ່າວ​ຄຳ​ເຫັນ​ຮັບ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ເນັ້ນ​ໜັກ​ວ່າ:

ສ້າງລັດ​ຖະ​ບານ​ທັນ​ສະ​ໄໝ, ສ້າງ​ສັນ ແລະ ຮັບ​ໃຊ້​ປະ​ຊາ​ຊົນ. ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ບັນ​ລຸ​ລະ​ດັບ​ກ່​ວາ 10%/ປີ​ໃນ​ໄລ​ຍະ 2026 – 2031 ແມ່ນ​ຄຳ​ສັ່ງ​ພັດ​ທະ​ນາ​ເພື່ອ​ຫັນ​ບັນ​ດາ​ເປົ້​າ​ໝາຍ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຊາດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ລັດ​ຖະ​ບານ​ກຳ​ນົດ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ແມ່ນ​ບາ​ດ​ກ້າວ​ບຸກ​ທະ​ລຸ​ສຳ​ຄັນ​ແຖວ​ໜ້າ, ແມ່ນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ​ເພື່ອກຳ​ລັງ​ຜະ​ລິດ​ທີ່​ທັນ​ສະ​ໄໝ​ໂດຍ​ໄວ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ກຳ​ລັງ​ແກ້ງ​ແຍ້ງ, ຄວາມ​ເປັນ​ເຈົ້າ​ດ້ານ​ຍຸດ​ທະ​ສາດ. ຊຸກ​ຍູ້​ເສດ​ຖະ​ກິດ​ ເຊິ່ງ​ລັດ​ສວມ​ບົດ​ບາດຫຼັກ​ແຫຼ່ງ, ເສດ​ຖະ​ກິດ​ເອ​ກະ​ຊົນກາຍ​ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ທີ່​ສຸດ.

ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 7 ເມ​ສາ, ສະ​ພາ​ແຫ່ງ​ຊາ​ດ​ໄດ້​ລົງ​ຄະແນນສຽງຮັບ​ຮອງ​ເອົາ ມະ​ຕິ​ເລືອກ​ຕັ້ງ​ທ່ານ ຫງວຽນ​ວັນ​ກ໋​ວາງ ດຳ​ລົງ​ຕຳ​ແໜ່ງ​ເປັນປະ​ທານ ​ສານ​ປະ​ຊາ​ຊົນ​ສູງ​ສຸດ.

(ແຫຼ່ງຄັດຈາກ VOV)

ໂທ​ລະ​ເລກ ແລະ ສານ​ຊົມ​ເຊີຍ​ທ່ານ ເຈິ່ນ​ແທັງ​ເໝິນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI

ໂທ​ລະ​ເລກ ແລະ ສານ​ຊົມ​ເຊີຍ​ທ່ານ ເຈິ່ນ​ແທັງ​ເໝິນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI

ໃນ​ຈົດ​ໝາຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ ໄຊ​ສົມ​ພອນ ພົວ​ວິ​ຫານ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ຮ່ວມ​ມື​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ເຈິ່ນ​ແທັງ​ເໝິນ ແລະ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຢ່າງ​ແໜ້ນ​ແຟ້ນ

Top