• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ຫລຸ​ບ​ສົກ​ຮຽນ 2024-2025

ຕອນບ່າຍວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມທາງອອນໄລທົ່ວປະເທດ ສະຫລຸບສົກຮຽນ 2024-2025, ຜັນຂະຫຍາຍໜ້າທີ່ສົກຮຽນ 2025-2026.
ບັນຍາກາດກອງປະຊຸມ ສະຫລຸບສົກຮຽນ 2024-2025, ຜັນຂະຫຍາຍໜ້າທີ່ສົກຮຽນ 2025-2026.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຊີ້ແຈ້ງວ່າ ຕ້ອງຮັບປະກັນດ້ານການສຶກສາ, ບຳລຸງສ້າງຢ່າງສະເໝີພາບ, ບໍ່ໃຫ້ນັກຮຽນຂາດໂຮງຮຽນ, ຂາດຫ້ອງຮຽນ, ບໍມີຄູສອນ, ຂາດຂອງກິນ, ເຄື່ອງນຸ່ງ…

  ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ຂະແໜງການສຶກສາ ແລະ ບຳລຸງສ້າງ ຕ້ອງປ່ຽນແປງໃໝ່, ພັດທະນາຢ່າງກະໂດດຂັ້ນ, ຕ້ອງຫັນປ່ຽນຈາກການຖື ການສຶກສາ ແລະ ບຳລຸງສ້າງແມ່ນວຽກງານຂອງຂະແໜງການສຶກສາ ເປັນໜ້າທີ່ລວມຂອງທັງລະບົບການເມືອງ, ຂອງທົ່ວສັງຄົມ, ທົ່ວປວງຊົນ; ຕ້ອງປ່ຽນໃໝ່ຈິນຕະນາການ, ວິທີເຂົ້າເຖິງຕາມທິດພົນລະເມືອງທຸກຄົນຕ້ອງໄດ້ຮັບການເຂົ້າເຖິງຢ່າງສະເໝີພາບດ້ານການສຶກສາ ແລະ ບຳລຸງສ້າງ, ໂດຍສະເພາະແມ່ນຜູ້ມີຄວາມສ່ຽງສູງ, ຜູ້ຢູ່ເຂດຫ່າງໄກສອກຫລີກ, ຊາວຊົນເຜົ່າສ່ວນໜ້ອຍ. ທ່ານຮຽກຮ້ອງໃຫ້ຂະແໜງການສຶກສາຕ້ອງເດັດດຽວເປົ້າໝາຍປ່ຽນໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາ ແລະ ບຳລຸງສ້າງ, ປະກອບສ່ວນສຳຄັນ ນຳປະເທດຊາດພັດທະນາຢ່າງໝັ້ນຄົງໃນສັງກາດໃໝ່.

(ແຫຼ່ງຄັດຈາກ VOV)

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

07 ເດື​ອນ​ຜ່ານ​ມາ, ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ກັບ 11 ປະ​ເທດ

ຕອນເຊົ້າວັນທີ 22 ສິງຫາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກລັດຖະບານ ໄດ້ຈັດກອງປະຊຸມການລາຍງານເດືອນ ສິງຫາ 2025.

Top