ດ້ວຍເປົ້າໝາຍເຕີບໂຕ GDP ໜ້ອຍສຸດ 8% ໃນປີ 2025, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງມີບັນດາມາດຖານການເຕີບໂຕໃໝ່, ຍື່ນສະເໜີຕໍ່ທຸກຂັ້ນທີ່ມີສິດອຳນາດຮັບຮອງເອົາ ເພື່ອປະຕິບັດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນຊີ້ນຳກອງປະຊຸມ
ເມື່ອເປັນປະທານກອງປະຊຸມລັດຖະບານປະຈຳໄລຍະເດືອນ ມັງກອນ 2025, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ນຳ ດ້ວຍເປົ້າໝາຍເຕີບໂຕ GDP ໜ້ອຍສຸດ 8% ໃນປີ 2025, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງມີບັນດາມາດຖານການເຕີບໂຕໃໝ່, ຍື່ນສະເໜີຕໍ່ທຸກຂັ້ນທີ່ມີສິດອຳນາດຮັບຮອງເອົາ ເພື່ອປະຕິບັດ. ພ້ອມດຽວກັນນັ້ນ, ສະພາບການໂລກ ແລະ ພາກພື້ນ ກໍ່ພວມມີການຜັນແປຢ່າງສັບສົນ, ສົ່ງຜົນກະທົບໂດຍກົງເຖິງ ຫວຽດນາມ, ໂດຍສະເພາະແມ່ນການສົ່ງອອກ, ການຜະລິດດຳເນີນທຸລະກິດ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ວິເຄາະສະພາບການເດືອນກຸມພາ ແລະ ໃນໄລຍະຈະມາເຖິງ ຢ່າງໃກ້ຊິດ, ໂດຍສະເພາະແມ່ນບັນດາບັນຫາໃໝ່. ທ່ານຊີ້ນຳວ່າ:
“ພວກເຮົາຕ້ອງເລີ່ມປະຕິບັດການຜະລິດດຳເນີນທຸລະກິດໃນທັນທີ, ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ນັບແຕ່ເດືອນທຳອິດຂອງປີ. ດັ່ງນັ້ນ, ຕ້ອງຄວບຄຸມສະພາບການແຕ່ຫົວທີ, ບັນດາກະຊວງ, ຂະແໜງການ, ລັດຖະມົນຕີ ກໍ່ຕ້ອງຊີ້ນຳແຕ່ຫົວທີ. ຈຸດອຸດຕັນຂອງພວກເຮົາໃນປັດຈຸບັນ ແມ່ນລະບອບລະບຽບການ, ດັ່ງນັ້ນ ແຕ່ລະເດືອນ, ລັດຖະມົນຕີກະຊວງຕ່າງໆຕ້ອງລາຍງານ ຂົງເຂດທີ່ຕົນຄຸ້ມຄອງ ພວມມີຂໍ້ຕິດຄັດຫຍັງ ເພື່ອໃຫ້ການຊີ້ນຳແກ້ໄຂໃນທັນທີ”.
(ແຫຼ່ງຄັດຈາກ VOV)