ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າໃນໄລຍະຈະມາເຖິງການຫັນເປັນດີຈີຕອນຕ້ອງຕິດພັນກັບການປະຕິວັດກ່ຽວກັບການປັບປຸງກົງຈັກການບໍລິຫານ ແລະ ຍົກສູງຄຸນນະພາບຖັນແຖວພະນັກງານ, ພາລະກອນ, ລັດຖະກອນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
ຕອນບ່າຍວັນທີ 6 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 10 ສະຫຼຸບການເຄື່ອນໄຫວຂອງຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ແລະ ແຜນຮ່າງເລກທີ 6 ກ່ຽວກັບການພັດທະນາ, ໝູນໃຊ້ຂໍ້ມູນກ່ຽວກັບພົນລະເມືອງ, ການກຳນົດຊື່ ແລະ ນາມສະກຸມ ແລະ ການຢັ້ງຢືນທາງເອເລັກໂຕນິກ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ໃນໄລຍະຈະມາເຖິງການຫັນເປັນດີຈີຕອນ ຕ້ອງຕິດພັນກັບການປະຕິວັດກ່ຽວກັບການປັບປຸງກົງຈັກການບໍລິຫານ ແລະ ຍົກສູງຄຸນນະພາບຖັນແຖວພະນັກງານ, ພາລະກອນ, ລັດຖະກອນ; ຫັນເປັນດີຈີຕອນຕ້ອງມີການເຂົ້າຮ່ວມຂອງທົ່ວປວງຊົນ, ປະຕິບັດຢ່າງຮອບດ້ານ, ໃນທຸກລະດັບ, ທຸກຂະແໜງການ, ທຸກຂັ້ນ ແລະ ເໝາະສົມກັບທ່າອ່ຽງພັດທະນາຂອງໂລກ. ການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແມ່ນຄວາມຮຽກຮ້ອງຕ້ອງການພາລະວິໄສ, ແມ່ນການຄັດເລືອກຍຸດທະສາດ, ແມ່ນບຸລິມະສິດແຖວໜ້າເພື່ອໃຫ້ຫວຽດນາມ ພັດທະນາເສດຖະກິດໂດຍໄວ, ຍືນຍົງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າການຫັນເປັນດີຈີຕອນ ຕ້ອງຕິດພັນຢ່າງແໜ້ນແຟ້ນກັບການປະຕິວັດກ່ຽວກັບການປັບປຸງກົງຈັກການຈັດຕັ້ງໃຫ້ລະທັດລັດລົງ ດ້ວຍຈິດໃຈ ເພີ່ມຄວາມໄວ, ບຸກທະລຸ.
(ແຫຼ່ງຄັດຈາກ VOV)