• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ

ຕອນເຊົ້າວັນທີ 9 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ ຂອງລາວ, ພາຍໃຕ້ການເປັນເຈົ້າພາບຂອງ ລາວ, ປະເທດປະທານ ອາຊຽນ 2024, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 – 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ດ້ວຍຫົວຂໍ້ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ໄດ້ໄຂຂຶ້ນຢ່າງເປັນທາງການ.
ປະມຸກລັດບັນດາປະເທດ ອາຊຽນ ຖ່າຍຮູບໃນພິທີໄຂ (ພາບ: VGP)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເນັ້ນໜັກເຖິງຜົນສຳເລັດຂອງ ອາຊຽນ ທີ່ໄດ້ປະກອບສ່ວນສ້າງສະພາບແວດລ້ອມສະດວກແກ່ການພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດສະມາຊິກໃນຕະຫຼາດໄລຍະເວລາຜ່ານມາ; ທ່ານໄດ້ຂອບໃຈບັນດາປະເທດສະມາຊິກ ອາຊຽນ, ບັນດາຄູ່ຮ່ວມມືເຈລະຈາ, ຄູ່ຮ່ວມມືຢູ່ພາຍນອກ ອາຊຽນ ແລະ ກອງເລຂາ ອາຊຽນ ທີ່ໄດ້ໃຫ້ການຊ່ວຍເຫຼືອ, ຮ່ວມມືໃນທຸກການເຄື່ອນໄຫວຂອງ ອາຊຽນ ກໍຄື ໃນບົດບາດປະທານ ອາຊຽນ ໃນຕະຫຼອດໄລຍະຜ່ານມາ.

ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ ໄລ່ຮອດເວລາປັດຈຸບັນ, 9 ບຸລິມະສິດໃນປີປະທານ ອາຊຽນ 2024 ດ້ວຍຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ “ລ້ວນແຕ່ບັນລຸຄວາມຄືບໜ້າອັນຕັ້ງໜ້າ, ລວມມີການສ້າງບັນດາຍຸດທະສາດຂອງ 3 ເສົາຄ້ຳປະຊາຄົມ ອາຊຽນ ແລະ ຍຸດທະສາດ ການເຊື່ອມຕໍ່ ອາຊຽນ ເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມ ອາຊຽນ 2045. ອາຊຽນ ນັບມື້ນັບກາຍເປັນພາກພື້ນທີ່ໄດ້ຮັບການຮັບຮູ້ ແລະ ສົນໃຈ, ບັນດາຄູ່ຮ່ວມມື, ເຈລະຈາ ແລະ ຄູ່ຮ່ວມມືຢູ່ພາຍນອກ ຍາມໃດກໍສະໜັບສະໜູນບົດບາດເປັນແກນກາງຂອງ ອາຊຽນ ໃນອົງປະກອບຮ່ວມມືພາກພື້ນ. ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເນັ້ນໜັກວ່າ ໃນສະພາບການສາກົນໃນປັດຈຸບັນ, ອາຊຽນ ຕ້ອງຢຶດໝັ້ນກັບສິດເປັນເຈົ້າຕົນເອງ, ຮັດແໜ້ນການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍໃຫ້ທັນການ, ພ້ອມທັງຍາດແຍ່ງທຸກກາລະໂອກາດໃຫ້ມີປະສິດທິຜົນທີ່ສຸດ.

ປະມຸກລັດບັນດາປະເທດ ອາຊຽນ ຖ່າຍຮູບໃນພິທີໄຂ (ພາບ: VGP)

ພາຍຫຼັງພິທີໄຂ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ແລະ Timor – Leste ເຂົ້າຮ່ວມກອງປະຊຸມຄົບຄະນະກອງປະຊຸມສຸດຍອດ ອາຊຽນ, ແລກປ່ຽນກ່ຽວກັບບັນດາເນື້ອໃນຮ່ວມມືໃນ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ສາ​ກົນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ລົບ​ລ້າງ​ອາວຸດ​ຢ່າງ​ສິ້ນ​ເຊິງ ແລະ ເດັດ​ຂາດ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ສາ​ກົນ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ລົບ​ລ້າງ​ອາວຸດ​ຢ່າງ​ສິ້ນ​ເຊິງ ແລະ ເດັດ​ຂາດ

ເພື່ອຊຸກຍູ້ການລົບລ້າງອາວຸດຢ່າງມີປະສິດທິຜົນນັ້ນ, ບັນດາປະເທດຕ້ອງເຄົາລົບຫຼັກການພື້ນຖານຂອງກົດໝາຍສາກົນ ທີ່ໄດ້ລະບຸໃນກົດບັດ ສປຊ, ຫຼຸດຜ່ອນຄ່າໃຊ້ຈ່າຍການທະຫານ ເພື່ອແນໃສ່ຈັດແບ່ງແຫຼ່ງກຳລັງໃຫ້ແກ່ການພັດທະນາ ແລະ ຊຸກຍູ້ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ພ້ອມດຽວກັນນັ້ນ, ກໍ່ມານະພະຍາຍາມກວ່າອີກໃນການສ້າງ, ເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ແນໃສ່ເປີດທາງແກ່ການເຈລະຈາ ແລະ ໄກ່ເກ່ຍ.

Top