• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ການເຊື່ອມ​ຕໍ່​ພື້​ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ ຫວຽດ​ນາມ - ຈີນ ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ

ທ່ານ ຈ້າງກົ້ວຈິງ ຮອງນາຍົກລັດຖະມົນຕີ ຈີນ ກໍ່ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການລະຫວ່າງສອງປະເທດ ເປັນຕົ້ນແມ່ນອົງການຄຸ້ມຄອງທຶນຂອງລັດ ຢູ່ວິສາຫະກິດ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການຕາມການກຳນົດທິດ, ການຊີ້ນຳຂອງການນຳສອງປະເທດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງນາຍົກລັດຖະມົນຕີ ຈີນ ຈ້າງກົ້ວຈິງ (ພາບ: VGP)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF ຕະຫຼຽນ 2024) ແລະ ເຮັດວຽກຢູ່ ຈີນ, ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ນະຄອນຫຼວງປັກກິ່ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ຈີນ ຈ້າງກົ້ວຈິງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ “ການຮ່ວມມື ຫວຽດນາມ - ຈີນ ກ່ຽວກັບການພັດທະນາພື້ນຖານໂຄງລ່າງຍຸດທະສາດຄົມມະນາຄົມ ແລະ ບົດບາດຂອງບັນດາວິສາຫະກິດ ຫວຽດນາມ - ຈີນ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ການພັດທະນາການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ ຫວຽດນາມ - ຈີນມີຄວາມໝາຍສຳຄັນພິເສດ, ສ້າງຄວາມສະດວກໃນການພົບປະແລກປ່ຽນປະຊາຊົນ, ສິນຄ້າ, ເຊື່ອມຕໍ່ເຂດ ແລະ ສາກົນ; ຈີນອາດສາມາດຜ່ານ ຫວຽດນາມ ເຂົ້າໄປຍັງ ອາຊຽນ, ຫວຽດນາມ ຜ່ານຈີນເຂົ້າໄປຍັງບັນດາປະເທດຢູ່ພາກກາງອາຊີ ແລະ ເອີລົບຕາເວັນອອກ.

ແລະກໍໃນການຕ້ອນຮັບທ່ານ ຈ້າງກົ້ວຈິງ ຮອງນາຍົກລັດຖະມົນຕີ ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ຝ່າຍຈີນ ສຸມໃສ່ໜູນຊ່ວຍຫວຽດນາມ ໃນຂົງເຂດທາງລົດໄຟລວມມີ: ຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ແຫຼ່ງເງິນລົງທຶນບຸລິມະສິດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ສອງຝ່າຍພ້ອມກັນຖອດຖອນບົດຮຽນຈາກບັນດາໂຄງການທີ່ມີຢູ່ແລ້ວໃນເມື່ອກ່ອນ ເພື່ອດັດປັບ, ເຮັດໃຫ້ດີກ່ວາໃນບັນດາແຜນການ, ໂຄງການຮ່ວມມືໃນໄລຍະຈະມາເຖິງ.

ສ່ວນທ່ານ ຈ້າງກົ້ວຈິງ ຮອງນາຍົກລັດຖະມົນຕີ ຈີນ ກໍ່ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການລະຫວ່າງສອງປະເທດ ເປັນຕົ້ນແມ່ນອົງການຄຸ້ມຄອງທຶນຂອງລັດ ຢູ່ວິສາຫະກິດ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາໂຄງການຕາມການກຳນົດທິດ, ການຊີ້ນຳຂອງການນຳສອງປະເທດ.

(ແຫຼ່ງຄັດຈາກ VOV)

ງານວາງສະແດງພາບຖ່າຍ, ເອກະສານຂອງ 25 ປະຊະນີຍະສະຖານຢູ່ຄຸກ ຮວາລໍ່

ງານວາງສະແດງພາບຖ່າຍ, ເອກະສານຂອງ 25 ປະຊະນີຍະສະຖານຢູ່ຄຸກ ຮວາລໍ່

ງານວາງສະແດງແມ່ນບ່ອນເກັບຮັກສາຄວາມຊົງຈຳ, ບ່ອນສ້າງຂີດໝາຍບັນດາວິລະກຳ, ບັນດາບາດກ້າວພັດທະນາຂອງຂະບວນການປະຕິວັດ ຫວຽດນາມ.

Top