ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກເຖິງ 5 ກຸ່ມໜ້າທີ່ຈຸດສຸມເພື່ອໃຫ້ກອງປະຊຸມໃຫຍ່ປຶກສາຫາລື, ພິຈາລະນາ, ຕົກລົງໃນສະໄໝ 2026 – 2031.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VGP)
ຕອນເຊົ້າວັນທີ 12 ພຶດສະພາ,ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ, ໄດ້ດຳເນີນພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ສະໄໝ 2026 – 2031. ດ້ວຍຫົວຂໍ້ “ສາມັກຄີ - ປະຊາທິປະໄຕ -ປ່ຽນແປງໃໝ່ - ນະວັດຕະກຳ - ພັດທະນາ”, ກອງປະຊຸມໃຫຍ່ມີການເຂົ້າຮ່ວມຂອງທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດ; ທ່ານເລມິງຮຶງນາຍົກລັດຖະມົນຕີ, ທ່ານເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ພ້ອມກັບຜູ້ແທນ 1.136 ທ່ານ.
ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກເຖິງ 5 ກຸ່ມໜ້າທີ່ຈຸດສຸມເພື່ອໃຫ້ກອງປະຊຸມໃຫຍ່ປຶກສາຫາລື, ພິຈາລະນາ, ຕົກລົງໃນສະໄໝ 2026 – 2031. ໃນນັ້ນ, ຍາມໃດກໍ່ຕ້ອງເຊື່ອມຊືມທັດສະນະ “ປະຊາຊົນເປັນກົກ”, ປະຊາຊົນເປັນເຈົ້າ, ເປັນໃຈກາງຂອງພາລະກິດປ່ຽນແປງໃໝ່, ພັດທະນາ, ແມ່ນຫຼັກການໃນຕະຫຼອດໄລຍະເຄື່ອນໄຫວຂອງວຽກງານແນວໂຮມ; ຕ້ອງຖືປະຊາຊົນເປັນໃຈກາງໃນທຸກການເຄື່ອນໄຫວ, ອີ່ງໃສ່ປະຊາຊົນເພື່ອສ້າງພັກ, ສ້າງລັດ, ສ້າງລະບົບການເມືອງ… ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງວ່າ:
ເບິ່ງແຍງດູແລເຖິງຜົນປະໂຫຍດອັນແທ້ຈິງຂອງປະຊາຊົນ, ປັບປຸງຄວາມເຫັນດີເຫັນພ້ອມໃນສັງຄົມນັບແຕ່ຂັ້ນຮາກຖານ, ເມື່ອປະຊາຊົນໄດ້ຮັບການເບິ່ງແຍງດູແລ, ໄດ້ຮັບການປົກປ້ອງ, ເຄົາລົບ, ໄດ້ເຂົ້າຮ່ວມ, ໄດ້ຊົມໃຊ້ແລ້ວ, ຄວາມສາມັກຄີຈຶ່ງມີກົກເຄົ້າເລິກ, ຄວາມເຫັນດີເຫັນພ້ອມຈຶ່ງມີພື້ນຖານອັນໝັ້ນແກ່ນ, ຄວາມໄວ້ເນື້ອເຊື່ອໃຈຈຶ່ງຍືນຍົງຍາວນານ. ແນວໂຮມຕ້ອງສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວເບິ່ງແຍງດູແລຄົນທຸກຍາກ, ຜູ້ມີຄວາມສ່ຽງສູງກວ່າໝູ່, ຜູ້ປະສົບກັບຄວາມຫຍຸ້ງຍາກ, ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ຊາວສາສະໜາ, ກຳມະກອນ, ກະສິກອນ, ແມ່ຍິງ, ຊາວໜຸ່ມ, ຜູ້ມີອາຍຸສູງ, ເດັກນ້ອຍ, ຄົນພິການ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ.