• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ປູກ​ຕົ້ນ​ໄມ້​ໃນ​ມື້​ນີ້​ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ອະ​ນາ​ຄົດ

ການປ່ຽນແປງຂອງດິນຟ້າອາກາດນັບມື້ນັບຮ້າຍແຮງ, ໄພທຳມະຊາດສັບສົນ, ດັ່ງນັ້ນ ການປູກຕົ້ນໄມ້ຕ້ອງສືບຕໍ່ປະຕິບັດດ້ວຍຂອບຂະໜາດໃຫຍ່ກວ່າ, ຫຼາຍກວ່າ; ການປູກຕົ້ນໄມ້ຕ້ອງໄປຄຽງຄູ່ກັບການບົວລະບັດ, ປົກປ້ອງປ່າ.
  ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ພິທີ (ພາບ: VOV)  

ການປູກຕົ້ນໄມ້ໃນມື້ນີ້ ແມ່ນການສ້າງຄວາມຜາສຸກໃຫ້ແກ່ອະນາຄົດ, ປະກອບສ່ວນຫັນຄຳໝັ້ນສັນຍາຂອງ ຫວຽດນາມ ກັບປະຊາຄົມສາກົນ ກ່ຽວກັບການປ່ອຍອາຍທິດລົງລະດັບ 0 ແລະ ການຮັບມືກັບການຫັນປ່ຽນຂອງດິນຟ້າອາກາດ ໃຫ້ປະກົດຜົນເປັນຈິງ. ນີ້ແມ່ນການຢັ້ງຢືນຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ພິທີປຸກລະດົມບຸນເຕັດປູກຕົ້ນໄມ້ຍາມລະດູບານໃໝ່ປີມະເມຍ 2026 ໄດ້ດຳເນີນໃນວັນທີ 22 ກຸມພາ, ຢູ່ບໍລິເວນໂຄງການກໍ່ສ້າງຫໍພິພິທະພັນພັກກອມມູນິດ ຫວຽດນາມ (ຮ່າໂນ້ຍ).

ທີ່ພິທີ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ພາຍຫຼັງ 66 ປີແຫ່ງວັນປະທານ ໂຮ່ຈີມິນ ປຸກລະດົມບຸນເຕັດປູກຕົ້ນໄມ້ ໃນຕອນເຊົ້າວັນທີ 1 ເດືອນຈຽງບຸນເຕັດ ປີ 1960, ບຸນເຕັດປູກຕົ້ນໄມ້ໄດ້ກາຍເປັນຈຸດຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອ ເຊິ່ງເປັນຂະບວນການມະຫາຊົນຢ່າງເລິກເຊິ່ງກວ້າງຂວາງ, ນຳມາເຊິ່ງຜົນປະໂຫຍດອັນຍິ່ງໃຫຍ່ໃຫ້ແກ່ປະເທດຊາດ. ປູກຕົ້ນໄມ້ຕື່ມອີກໜຶ່ງຕົ້ນ ແມ່ນຝາກຝັງຕື່ມຄວາມໄວ້ເນື້ອເຊື່ອໃຈຕໍ່ອະນາຄົດ.

  ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີປຸກລະດົມບຸນເຕັດປູກຕົ້ນໄມ້ຍາມລະດູບານໃໝ່ປີມະເມຍ 2026 (ພາບ: VOV)  

ທ່ານເລຂາທິການໃຫຍ່ ໃສ່ໃຈວ່າ ການປ່ຽນແປງຂອງດິນຟ້າອາກາດນັບມື້ນັບຮ້າຍແຮງ, ໄພທຳມະຊາດສັບສົນ, ດັ່ງນັ້ນ ການປູກຕົ້ນໄມ້ຕ້ອງສືບຕໍ່ປະຕິບັດດ້ວຍຂອບຂະໜາດໃຫຍ່ກວ່າ, ຫຼາຍກວ່າ; ການປູກຕົ້ນໄມ້ຕ້ອງໄປຄຽງຄູ່ກັບການບົວລະບັດ, ປົກປ້ອງປ່າ. ແຕ່ລະທ້ອງຖິນຕ້ອງເລືອກຕົ້ນໄມ້ຖືກຕ້ອງ, ປູກຖືກບ່ອນ, ຄຸ້ມຄອງຢ່າງແໜ້ນແຟ້ນ ແລະ ໝັ້ນໜຽວຍາວນານ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ທັດສະນະລຸລ່ວງຂອງພັກ ແລະ ລັດ ແມ່ນພັດທະນາເສດຖະກິດ ແຕ່ບໍ່ປ່ຽນແປງສິ່ງແວດລ້ອມ, ພັດທະນາເສດຖະກິດຕ້ອງຕິດພັນກັບສະພາບແວດລ້ອມ, ສ້າງຕົວເມືອງທັນສະໄໝ ແຕ່ຕ້ອງຮັກສາຕົ້ນໄມ້ໃຫ້ແກ່ປະຊາຊົນ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນຕີ ຟ້າມ​ມິງ​ຈິງ: ວາງ​ແຜນ​ກຳ​ນົດກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ​ຕ້ອງ​ມີ​ວິ​ໄສ​ທັດ​ກວ່າ 100 ປີ

ທ່ານນາ​ຍົກ​ລັດ​ຖະ​ມົນຕີ ຟ້າມ​ມິງ​ຈິງ: ວາງ​ແຜນ​ກຳ​ນົດກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ​ຕ້ອງ​ມີ​ວິ​ໄສ​ທັດ​ກວ່າ 100 ປີ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປກວດກາສະຖານທີ່ກໍ່ສ້າງໂຄງການເສັ້ນທາງລົດໄຟຕົວເມືອງເລກ 3 ໂຫຍນ - ສະຖານນີລົດໄຟ ຮ່າໂນ້ຍ ແລະ ເຮັດວຽກກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການກ່ຽວຂ້ອງເພື່ອຊຸກຍູ້ໂຄງການນີ້ ແລະ ບັນດາໂຄງການເສັ້ນທາງລົດໄຟຕົວເມືອງ.

Top