ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແບ່ງປັນວ່າ ເລື່ອງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່, ແມ່ນຄວາມຮັບຜິດຊອບ ແລະ ພັນທະອັນສັກສິດ, ສູງສົ່ງ.
ທ່ານເລຂາທິການໃຫຍ່ ໂຕເລິມ ສາບານຕົວ ຮັບດຳລົງຕຳແໜ່ງປະທານປະເທດ ສສ. ຫວຽດນາມ
ຕອນເຊົ້າວັນທີ 7 ເມສາ, ຢູ່ນະຄອນຫຼວງຮ່າໂນ້ຍ, ດ້ວຍບັດເຫັນດີ 495/495 ສະມາຊິກເຂົ້າຮ່ວມການລົງປະຊາມະຕິຮັບຮອງເອົາ, ສະພາແຫ່ງຊາດຊຸດທີ XVI ໄດ້ຮັບຮອງເອົາມະຕິວ່າເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະມາຊິກສະພາແຫ່ງຊາດຊຸດທີ XVI ເປັນປະທານປະເທດ ສສ.ຫວຽດນາມ ອາຍຸການ 2026 – 2031. ພາຍຫຼັງໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ, ທ່ານເລຂາທິການໃຫຍ່ ໂຕເລິມ ສາບານຕົວວ່າ:
ພາຍໃຕ້ທຸງແດງດາວຄຳອັນສັກສິດຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ, ຂ້າພະເຈົ້າ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຂໍສະບານຕົວຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນຸນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ມານະພະຍາຍາມປະຕິບັດສຳເລັດທຸກໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.
ກ່າວຄຳເຫັນຮັບດຳລົງຕຳແໜ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແບ່ງປັນວ່າ ເລື່ອງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນຄວາມເປັນກຽດອັນຍິ່ງໃຫຍ່, ແມ່ນຄວາມຮັບຜິດຊອບ ແລະ ພັນທະອັນສັກສິດ, ສູງສົ່ງ, ພ້ອມທັງກໍ່ແມ່ນຄວາມໄວ້ເນື້ອເຊື່ອໃຈ, ຄວາມຄາດຫວັງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຕໍ່ຜູ້ນຳໜ້າພັກ ແລະ ລັດ.
ບຸລິມະສິດແຖວໜ້າຂອງ ຂ້າພະເຈົ້າໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມີສະຖຽນລະພາບ, ຊຸກຍຸປະເທດຊາດພັດທະນາໂດຍໄວ, ຍືນຍົງ, ຍົກສູງການດຳລົງຊີວິດທຸກດ້ານຂອງປະຊາຊົນ, ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ທຸກໝາກຜົນຂອງການພັດທະນາ, ເພີ່ມທະວີການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມກ້າວໜ້າໃນພາກພື້ນ ແລະ ໂລກ. ພ້ອມກັບທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສຸມໃສ່ກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ, ສ້າງພື້ນຖານເສດຖະກິດທີ່ເປັນເຈົ້າ, ສ້າງຄວາມເຂັມແຂງດ້ວຍຕົນເອງ, ສ້າງພື້ນຖານປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນ, ຮອບດ້ານ ແລະ ທັນສະໄໝ, ລະບົບການເມືອງກະທັດລັດ, ມີປະສິດທິຜົນ, ປະສິດທິພາບ, ສັງຄົມພັດທະນາ, ສາມັກຄີ, ວັດທະນະທຳ ແລະ ມະນຸດສະທຳ.
ແລະກໍ່ໃນຕອນເຊົ້າວັນທີ 7 ເມສາ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິກ່ຽວກັບໂຄງປະກອບການຈັດຕັ້ງລັດຖະບານອາຍຸການ 2026 – 2031.