• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Anthony Albanese ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ

ການ​ນຳ​ສອງ​ທ່ານ​ເຫັນ​ດີ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຜ່ານ​ການ​ຮັກ​ສາ​ການ​ແລ​ກ​ປ່ຽນ​ໃນ​ທຸກ​ຊ່ອງ​ທາງ​ພັກ, ລັດ ແລະ ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ເປັນ​ປະ​ຈຳ; ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຄ້າ - ການ​ລົງ​ທຶນ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ຫັນ​ເປັນ​ດີ​ຈີ​ຕອນ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພະ​ລັງ​ງານ ແລະ ການ​ຮ່ວມ​ມື​ທາງ​ທະ​ເລຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.
  ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ ຫວຽດ​ນາມ ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Anthony Albanese ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ (ພາບ: TTXVN)  

“ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ​ແມ່ນ​ເພື່ອນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ເຕັມ​ໄປ​ດ້ວຍ​ກຳ​ລັງ​ບົ່ມ​ຊ້ອນ ແລະ ມີ​ທີ່​ຕັ້ງ, ບົດ​ບາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ພາກ​ພື້ນ, ພ້ອມ​ກັນ​ແບ່ງ​ປັນ​ກັບ ຫວຽດ​ນາມ ຫຼາຍ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ ກໍ​ຄື​ບັນ​ດາ​ຈຸດ​ຄ້າຍ​ຄື​ກັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ກວມ​ລວມ, ຫັນ​ເປັນ​ສີ​ຂຽວ, ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ເປັນ​ເຈົ້າ​ຍຸດ​ທະ​ສາດ. ນີ້​ແມ່ນ​ຄໍ​າ​ຢັ້ງ​ຢືນ​ຂອງ​ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ ຫວຽດ​ນາມ ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Anthony Albanese ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ ທີ່​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 24 ເມ​ສາ ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ (ຮ່າ​ໂນ້ຍ).

  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ດ້ວຍ​ບັນ​ດາ​ການ​ນຳ ຫວຽດ​ນາມ ທີ່​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ (ພາບ: TTXVN)  

ສ່ວນ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ Anthony Albanese ຢັ້ງ​ຢືນ​ວ່າ ອົດ​ສະ​ຕາ​ລີ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ທຸກ​ຂົງ​ເຂດຫຼາຍກວ່າ​ອີກ ແລະ ຈະ​ຮ່ວມ​ເດີນ​ທາງ, ສະ​ໜັບ​ສະ​ໜູນ, ໜູນ​ຊ່ວຍ ຫວຽດ​ນາມ ປະ​ຕິ​ບັດ​ການ​ປະ​ຕິ​ຮູບ ແນ​ໃສ່​ບັນ​ລຸ​ໄດ້​ເປົ້າ​ໝາຍ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045.

ເມື້ອ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ, ການ​ນຳ​ສອງ​ທ່ານ​ເຫັນ​ດີ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຜ່ານ​ການ​ຮັກ​ສາ​ການ​ແລ​ກ​ປ່ຽນ​ໃນ​ທຸກ​ຊ່ອງ​ທາງ​ພັກ, ລັດ ແລະ ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ເປັນ​ປະ​ຈຳ; ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຄ້າ - ການ​ລົງ​ທຶນ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ຫັນ​ເປັນ​ດີ​ຈີ​ຕອນ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພະ​ລັງ​ງານ ແລະ ການ​ຮ່ວມ​ມື​ທາງ​ທະ​ເລຢ່າງ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. 

(ແຫຼ່ງຄັດຈາກ VOV)

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ຢາ​ລາຍ ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ, ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ທີ່​ເປັນ​ປົກ​ກະ​ຕິ

ເພື່ອ​ແນ​ໃສ​່​ສ້າງ​ໂຄງ​ປະ​ກອບ​ຂອງ​ໜ່ວຍ​ງານ​ເຄື່ອນ​ໄຫວ​ເຮືອ​ຫາ​ປາ, ຕິດ​ພັນ​ກັບ​ການ​ສ້າງວິ​ທີ​ຫາ​ເງິນ​ລ້ຽງ​ຊີບ​ເປັນ​ປົກ​ກະ​ຕິ ແລະ ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ຕາມ​ທິດ​ຍືນ​ຍົງ, ແຂວງ ຢາ​ລາຍ ໄດ້​ສະ​ຫງວນ​ງົບ​ປະ​ມານກວ່າ 212 ຕື້​ດົ່ງ (ກວ່າ 8 ລ້ານ USD) ເພື່ອ​ໃຫ້ 16 ຕາ​ແສງ​ແຄມ​ທະ​ເລ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​​ໜູນ​ຊ່ວຍ​ຊາວ​ປະ​ສົງ​ທີ່ບໍ່​ມີ​ເງື່ອນ​ໄຂ​ເຄື່ອນ​ໄຫວ​ຢ່າງ​ພຽງ​ພໍ, ພ້ອມ​ທັງ​ໜູນ​ຊ່ວຍ​ຊາວ​ປະ​ມົງ​ຫັນ​ປ່ຽນ​ອາ​ຊີບ.

Top