ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ແຂວງ ກ່າເມົາ ສືບຕໍ່ຍູ້ແຮງການສ້າງແຜນຮ່າງພັດທະນາກຸ່ມເກາະ ຮ່ອນຄວາຍ ໃຫ້ມີຄວາມເຂັ້ມແຂງດ້ານເສດຖະກິດ, ມີຄວາມໝັ້ນຄົງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)
ຕອນເຊົ້າວັນທີ 19 ພະຈິກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາກົມກອງທະຫານ ແລະ ອົງຄະນະພັກ, ອຳນາດການປົກຄອງແຂວງ ກ່າເມົາ ຢູ່ເກາະ ຮ່ອນຄວາຍ (ຂຶ້ນກັບຕາແສງ ເດີດມຸຍ, ແຂວງ ກ່າເມົາ).
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ແຂວງ ກ່າເມົາ ສືບຕໍ່ຍູ້ແຮງການສ້າງແຜນຮ່າງພັດທະນາກຸ່ມເກາະ ຮ່ອນຄວາຍ ໃຫ້ມີຄວາມເຂັ້ມແຂງດ້ານເສດຖະກິດ, ມີຄວາມໝັ້ນຄົງດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ມີທິດທາງການລົງທຶນທີ່ຄົບຊຸດດ້ານພື້ນຖານໂຄງລ່າງພະລັງງານ, ຄົມມະນາຄົມ, ໂທລະຄົມ, ກິດຈະກຳທະຫານ, ບ່ອນຫຼີກລ້ຽງພາຍຸ… ໃຫ້ສົມບູນແບບ. ໃນການຜັນຂະຫຍາຍ, ຕ້ອງເອົາໃຈໃສ່ເປັນພິເສດເຖິງປະສິດທິຜົນດ້ານເສດຖະກິດ - ສັງຄົມ, ປົກປັກຮັກສາສິ່ງແວດລ້ອມປ່າ, ທະເລ, ໝູ່ເກາະ, ຮັບປະກັນການພັດທະນາແບບຍືນຍົງ; ສ້າງບັນດາສາຍເຊື່ອມຕໍ່ບັນດາເຂດເສດຖະກິດ, ອຸດສາຫະກຳ, ເຂດຕົວເມືອງ, ເຂດ logistics ທ່າກຳປັ່ນ ຕິດພັນກັບທ່າກຳປັ່ນ ຮ່ອນຄວາຍ ແລະ ທ່າອາກາດສະຍານ ກ່າເມົາ ໃຫ້ສົມບູນແບບເປັນເທື່ອລະກ້າວ.
ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ເຂດພິເສດ ໂຖເຈົາ, ແຂວງ ອານຢາງ. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຕ້ອງສ້າງ ໂຖເຈົາ ໃຫ້ມີເສດຖະກິດທີ່ໝັ້ນຄົງເຂັ້ມແຂງ, ມີຊີວະພາບແບບຍືນຍົງ, ສ້າງການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໃຫ້ໝັ້ນແກ່ນໜັກແໜ້ນ, ເພື່ອໃຫ້ແຫ່ງນີ້ກາຍເປັນເຂດພິເສດທີ່ມີເກາະສີຂຽວ - ເຂັ້ມແຂງ - ຍືນຍົງ; ທ່ານຢືນຢັນວ່າ ໂຖເຈົາ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ, ຫາກກ່ອນອື່ນໝົດແມ່ນຄຸນຄ່າຂອງຍຸດທະສາດດ້ານປ້ອງກັນຊາດສຳຄັນພິເສດ.
(ແຫຼ່ງຄັດຈາກ VOV)