• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບຄະນະປະຈຳຄະນະພັກລັດຖະບານ

ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງທັດສະນະ, ຈິດໃຈຂອງຮ່າງກົດໝາຍ ແມ່ນຕ້ອງນຳໃຊ້ຄຸນຄ່າທີ່ດິນຢ່າງຖືກຕ້ອງ, ມີປະສິດທິຜົນ ມຸ່ງໄປເຖິງຄຸນຄ່າທີ່ດິນຢ່າງຍຸດຕິທຳ, ມີປະສິດທິຜົນ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)

ຮ່າງກົດໝາຍສະບັບຕ່າງໆຕ້ອງຮັບປະກັນວິໄສທັດສັງລວມໄບຍະຍາວ ເພື່ອນຳພາການພັດທະນາຂອງປະເທດຊາດ. ນີ້ແມ່ນຄຳເນັ້ນໜັກຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ທີ່ການເຮັດວຽກກັບຄະນະປະຈຳຄະນະພັກລັດຖະບານກ່ຽວກັບບາງເນື້ອໃນຂອງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ກົດໝາຍທີ່ກ່ຽວຂ້ອງຈຳນວນໜຶ່ງ, ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 18 ກັນຍາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ. ເຂົ້າຮ່ວມການເຮັດວຽກມີທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງທັດສະນະ, ຈິດໃຈຂອງຮ່າງກົດໝາຍ ແມ່ນຕ້ອງນຳໃຊ້ຄຸນຄ່າທີ່ດິນຢ່າງຖືກຕ້ອງ, ມີປະສິດທິຜົນ, ມຸ່ງໄປເຖິງຄຸນຄ່າທີ່ດິນຢ່າງຍຸດຕິທຳ, ມີປະສິດທິຜົນ. ເມື່ອປະກອບຄຳເຫັນໃສ່ກົດໝາຍສະບັບຕ່າງໆທີ່ກ່ຽວຂ້ອງ, ຄື: ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການວາງແຜນຜັງ, ກົດໝາຍວ່າດ້ວຍການວາງແຜນຜັງຕົວເມືອງຊົນນະບົດ, ທ່ານເລຂາທິການໃຫຍ່ຊີ້ແຈ້ງຄວາມຮຽກຮ້ອງລວມແມ່ນ ຕ້ອງຮັບປະກັນວິໄສທັດພັດທະນາຂອງປະເທດຊາດ ມີລັກສະລະສັງລວມໄລຍະຍາວ, ໃນຕໍ່ໜ້າຕ້ອງແກ້ໄຂບັນຫາພັດທະນາພື້ນຖານໂຄງລ່າງ ເພື່ອນຳພາການພັດທະນາລວມຂອງປະເທດຊາດ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:

        “ລະອຽດກ່ຽວກັບກົດໝາຍວ່າດ້ວຍການລົງທຶນແມ່ນຕ້ອງກຳນົດໃຫ້ຖືກຈຸດຫຼັກໃນແຕ່ລະໄລຍະ, ມີຈຸດສຸມ. ການປັບປຸງ, ເພີ່ມເຕີມກົດໝາຍດັ່ງກ່າວຕ້ອງຮັບປະກັນການຮຽກຮ້ອງສ້າງສະພາບແວດລ້ອມດຳເນີນທຸລະກິດທີ່ສະດວກ, ໂປ່ງໃສ, ມີສະຖຽນລະພາບ, ປອດໄພ, ປະຕິບັດງ່າຍ, ລາຍຈ່າຍຕ່ຳ, ບັນລຸມາດຕະຖານສາກົນ, ຮັບປະກັນລັກສະນະແກ່ງແຍ້ງຢູ່ພາກພື້ນ ແລະ ໃນໂລກ”.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top