• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ

ຕໍ່ໜ້າບັນດາການຜັນແປຢ່າງວ່ອງໄວ, ສັບສົນຂອງສະພາບການໂລກ ແລະ ພາກພື້ນ, ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ຕ້ອງຢືດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ.
(ທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການເຮັດວຽກ)

ເພີ່ມທະວີການສົມທົບກັນໃນການສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນກອງທັບ. ນີ້ການຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ, ເລຂາທິການຄະນະພັກການທະຫານສູນກາງ, ທີ່ການເຮັດວຽກກັບກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ໃນຕອນເຊົ້າວັນທີ 23 ກໍລະກົດ, ຢູ່ ຮ່າໂນ້ຍ.

        ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ, ຕໍ່ໜ້າບັນດາການຜັນແປຢ່າງວ່ອງໄວ, ສັບສົນຂອງສະພາບການໂລກ ແລະ ພາກພື້ນ, ກອງທັບປະຊາຊົນ ຫວຽດນາມ ຍາມໃດກໍ່ຕ້ອງຢືດໝັ້ນກັບເປົ້າໝາຍເອກະລາດຊົນຊາດ ແລະ ລັດທິສັງຄົມນິຍົມ, ແມ່ນກຳລັງການເມືອງ, ກຳລັງຕໍ່ສູ້ທີ່ຈົງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ.

        “ກອງທັບຕ້ອງຫັນມະນຸດເປັນທັນສະໄໝ ກ່ອນທີ່ຈະຫັນອາວຸດ, ເຄື່ອງອຸປະກອນເປັນທັນສະໄໝ. ຂ້າພະເຈົ້າສະເໜີໃຫ້ກົມໃຫຍ່ການເມືອງ ເພີ່ມທະວີການສົມທົບກັບກົມໃຫຍ່ເສນາທິການໃນການສ້າງແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃນກອງທັບ. ສືບຕໍ່ຜັນຂະຫຍາຍແຜນຮ່າງ, ນະໂຍບາຍດຶງດູດ, ຖືເປັນສຳຄັນຜູ້ມີຄວາມເກັ່ງກ້າສາມາດຂອງກອງທັບປະຊາຊົນຮອດປີ 2030, ວິໄສທັດຮອດປີ 2050 ຢ່າງມີປະສິດທິຜົນ”.

(ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າໂຄງການໄຟຟ້ານິວເຄຼຍ ນິງທ້ວນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ

ຍູ້ໄວຄວາມຄືບໜ້າໂຄງການໄຟຟ້ານິວເຄຼຍ ນິງທ້ວນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຸ່ມບໍລິສັດໄຟຟ້າ ຫວຽດນາມ ຮີບເຮັ່ງສ້າງບົດລາຍງານຄວາມເປັນໄປໃຫ້ສົມບູນແບບ.

Top